ຊາວເກຼັກປະຕິເສດແຜນການຮັດເຂັມຂັດ

ຊາວເກຼັກປະຕິເສດແຜນການຮັດເຂັມຂັດ - ảnh 1
ພາບ​ປະ​ກອບ:internet

(vovworld)- ​ຕາມ​ໝາກ​ຜົນ​ການ​ນັບ​​ບັດໃນ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ເກຼັກ ເມື່ອ​ວັນ​ທີ 5/7​ ຢ່າງເປັນ​ທາງ​ການ​ແລ້ວ, ເກືອບ 61,31% ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ ປະ​ເທດນີ້ ​ໄດ້ປະ​ຕິ​ເສດ​ແຜນ​ການ​ປະ​ຕິ​ຮູບ ແລະ ​​ການ​ໃຊ້​ຈ່າຍຮັດ​ເຂັມ​ຂັດ​ໂດຍ ​ບັນ​ດາ​ເຈົ້າ​ຫນີ້​ສາ​ກົນ(ລວມ​ມີ ກອງ​ທຶນ​ເງິນ​ຕາ​ສາ​ກົນ(IMF), ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ແລະ ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) ) ວາງ​ອອກ ເພື່ອ​ແລກ​ເອົາ​ການ​ກູ້​ຊ່ວຍໃຫ້​ປະ​ເທດນີ້. ​ໝາກ​ຜົນ​ດັ່ງ​ກ່າວ​ໂດຍກະ​ຊວງ​ພາຍ​ໃນ ເກຼັກ ​ປະ​ກາດ​ໃນ​ວັນ​ທີ 6/7 ໃຫ້​ເຫັນ​ວ່າ:   ມີ 62,5% ​​ຈຳ​ນ​ວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ວັນ​ທີ 5/7. ດ້ວຍ 100% ຈຳ​ນວນ​ບັດ​ໄດ້​ນັບ, ມີພຽງ​ 38,69% ຈຳ​ນວນ​ບັດ​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ເງື່ອນ​ໄຂ​ທີ່​ເຈົ້າ​ຫນີ້ວາງ​ອອກ. ພາຍ​ຫລັງ​ໝາກ​ຜົນ​ນັບ​ບັດ​ດັ່ງ​ກ່າວ​ໄດ້​​ຮັບ​ການປະ​ກາດ, ຊາວ​ນະ​ຄອນ​ຫລວງ Athen ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ເພື່ອ​ອວຍ​ພອ​ນ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄຳ​ກ່າວ​ເຕືອນ​ວ່າ ເລື່ອງບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ເຈົ້າ​ຫນີ້​ສາ​ກົນ ອາດ​ຈະ​ເຮັດ​ໃຫ້​ເກຼັກ ຕ້ອງ​ອອກ​ຈາກ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ​ເອີ​ລົບ.

 

ຕອບກັບ

ຂ່າວ/ບົດ​ອື່ນ