ຊາວເຜົ່າຈຳຢູ່ແຂວງບີ່ງທ້ວນຕ້ອນຮັບບຸນ Ramuwan

ຊາວເຜົ່າຈຳຢູ່ແຂວງບີ່ງທ້ວນຕ້ອນຮັບບຸນ Ramuwan - ảnh 1
ຊາວ​ເຜົ່າ ຈຳ​ຢູ່​ແຂວງ ບີ່​ງທ້ວນຕ້ອນຮັບ​ບຸນ​ Ramuwan
ພາບ:internet

(vovworld)- ​ວັນ​ທີ 7/7, ປະຊາຊົນຊາວ​ເຜົ່າ ຈຳ​ຢູ່​ແຂວງ ບີ່​ງທ້ວນ ​ເລີ່​ມຕົ້ນ​ການ​ຕ້ອນຮັບ​ບຸນ​ Ramuwan. ນີ້​ແມ່ນ​ບຸນປີ​ໃຫມ່​ປະ​ເພນີ​ສຳຄັນ​ກວ່າ​ໝູ່ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ສະ​ເພາະ​ຂອງ​ປະຊາຊົນ​ຊາວ​ເຜົ່າ​ຈຳທີ່​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ (ນີກາຍ​ບາ​ນີ) ທີ່​ດຳລົງ​ຊີວິດ​ຢູ່​ບໍລິ​ເວນ​ແຂວງ ​ແລະ ​ແກ່ຍາວ​ໃນ​ເວລາ 1 ​ເດືອນ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ. ບຸນ Ramuwan ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫລານອາ​ໄລ​ຫາ​ເຖິງ​ປູ​ຍ່າ​ຕາ​ຍາຍ ​ແລະ ພາວະນາ​ໃຫ້​ປະຊາຊົນ​ໃນ​ບ້ານມີ​ຄວາມຢູ່​ເຢັນ​ເປັນ​ສຸກ, ອີ່ມ​ຫນຳ​ສຳລານ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ. ບຸນປີ​ໃຫມ່​ປະ​ເພນີ​ຂອງ​ຊາວ​ເຜົ່າ​ຈຳ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ ຢູ່​ແຂວງ​ບີ່​ງທ້ວນ ປະຈຸ​ບັນ ບໍ່​ພຽງ​ແຕ່​ຈັດ​ຂຶ້ນ​ໃນ​ແຕ່​ລະ​ຄອບຄົວ, ວົງ​ຕະກຸນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ທ່ອງ​ທ່ຽວ ​ແລະ ນັກ​ຄົ້ນ​ຄ້ວາ​ຫລາຍ​ຄົນ​ເພື່ອ​ຊອກ​ຫາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຈຳ​ ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ