ຊູແອັດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້

ຊູແອັດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 07/04 ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມລາຊະ​ອານາຈັກ ຊູ​ແອັດ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ, ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທງ​ເຊີນ ​ໄດ້​ເຮັດ​ວຽກ​ກັບ​ທ່ານ Annika Soder ລັດຖະມົນຕີ​ຮັບຜິດຊອບ​ກະຊວງ​ການ​ຕ່າງປະ​ເທດ ຊູ​ແອັດ ຢູ່​ສຳນັກ​ງານ​ກະຊວງ​ການ​ຕ່າງປະ​ເທດ ຊູ​ແອັດ.

        ທີ່​ການ​ເຮັດ​ວຽກ, ທ່ານ Annika Soder ຢືນຢັນ​ວ່າ: ຊູ​ແອັດ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມືສຳຄັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ອາ​ຊຽນ. ທ່ານ​ຮອງ​ລັດຖະມົນຕີ ບູຍ​ແທງ​ເຊີນ ຊົມ​ເຊີຍຂໍ້​ສະ​ເໜີ​ຂອງ ຊູ​ແອັດ ​ໃນ​ການສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ສຶກສາ  - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ສາທາລະນະ​ສຸກ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເພື່ອ​ສ້າງກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການຮ່ວມ​ມື​ໃນ​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ; ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ. 2 ຝ່າຍ​ຢືນຢັນ​ ສະໜັບສະໜູນ​ວິວັດ​ທະນາການ​ຫັນ​ເປັນ​ການ​ຄ້າ​ເສລີ​ໃນ​ທົ່ວ​ໂລກ​ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ ພ້ອມ​ກັນ​ຊຸກຍູ້​ການ​ລົງ​ນາມ​ສັນ​ຍາການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ ​ເອີ​ລົບ ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ. 2 ຝ່າຍ​ກໍ່​ແລກປ່ຽນ​ບາງ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຕອບກັບ

ຂ່າວ/ບົດ​ອື່ນ