ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ຍັງ​ເຂດ​ປອດ​ໄພ, ຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ

(VOVWORLD) -  ທ່ານ ກ່ວາງວັນເຮືອງ ສະມາຊິກສະພາແຫ່ງຊາດແຂວງເຊີນລາໃຫ້ຮູ້ວ່າ: ນອກຈາກປັດໄຈຜິດປົກກະຕິ ແລະ ຫຍໍ້ທໍ້ຈາກອາກາດຍ້ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ນຳມາເຊິ່ງບັນດາຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນໄລຍະທີ່ຜານມານັ້ນ, ກໍ່ຕ້ອງຄິດໄລ່ເຖິງບັນດາຜົນກະທົບຂອງການເຄື່ອນໄຫວເສດຖະກິດ - ສັງຄົມ, ການດຳລົງຊີວິດຂອງປະຊາຊົນ ຕໍ່ສິ່ງແວດລ້ອມນຳອີກ.

ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ຍັງ​ເຂດ​ປອດ​ໄພ, ຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ - ảnh 1 ກຳລັງທີ່ມີໜ້າທີ່ຮັບຜິດຊອບແຂວງກ໋ວາງຈິໜ່ວຍເຫຼືອການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ

(ພາບ: Kinhtedothi.vn)

ຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14, ໃນວັນທີ 2 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບຄວາມເສຍຫາຍໂດຍຝົນຕົກນ້ຳຖ້ວມກໍ່ຂຶ້ນຢູ່ເຂດພາກກາງ ໃນໄລຍະທີ່ຜ່ານມາ, ສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ ຕ້ອງກວດກາຄືນບັນດາຂົງເຂດທີ່ມີຄວາມສ່ຽງເກີດເຫດດິນເຊາະເຈື່ອນ, ນ້ຳແກ່ງຖ້ວມ ເພື່ອເປັນເຈົ້າການສຳລັບວິທີການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ຫຼຸດຜ່ອນຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ. ພ້ອມທັງ, ຕ້ອງເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາປ່າ.  ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນຖືວ່າ:

        ຂ້າພະເຈົ້າບໍ່ສະໜັບສະໜູນເລື່ອງ ພວກເຮົາສືບຕໍ່ນຳໃຊ້ເນື້ອທີ່ດິນປ່າເພື່ອເຮັດໂຄງການຕ່າງໆ, ພວກເຮົາຕ້ອງມີຄວາມລະມັດລະວັງ. ໃນຍຸດທະສາດພັດທະນາຈະມາເຖິງ ພວກເຮົາຈະພັດທະນາເສດຖະກິດແບບຍືນຍົງ, “ເສດຖະກິດຂຽວ” ເພາະສະນັ້ນ ບັນຫາສິ່ງແວດລ້ອມຕ້ອງໄດ້ຮັບບຸລິມະສິດແຖວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ