ຍົກ​ລະ​ດັບ​ຄຸນ​ຄ່າ​ການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ປີ 2024, ນະຄອນ ໂຮ່ຈີມິນ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 6 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນ 38 ລ້ານເທື່ອຄົນ.
ຍົກ​ລະ​ດັບ​ຄຸນ​ຄ່າ​ການ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ກອງປະຊຸມສະຫຼຸບປີ 2023 (ພາບ: hanoimoi.vn)

ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນກອງປະຊຸມສະຫຼຸບປີ 2023 ແລະ ຜັນຂະຫຍາຍທິດທາງໜ້າທີ່ຈຸດສຸມຂອງຂະແໜງການທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2024. ໃນປີຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນເກືອບ 35 ລ້ານເທື່ອຄົນ. ນະຄອນ ໂຮ່ຈີມິນ ກໍປະກາດເກືອບ 50 ຜະລິດຕະພັນທ່ອງທ່ຽວ ເຊິ່ງໃນນັ້ນມີຜະລິດຕະພັນໃໝ່ ທີ່ໜ້າຈັບໃຈ 20 ຜະລິດຕະພັນ; ພິເສດ, ເຄື່ອງໝາຍການຄ້າການທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ກໍນັບມື້ນັບໄດ້ຮັບການຢັ້ງຢືນໃນຂອບເຂດສາກົນ, ເມື່ອຫາກໍໄດ້ຮັບການເຊີດຊູວ່າ “ເປັນຈຸດນັດພົບການທ່ອງທ່ຽວດຳເນີນທຸລະກິດແຖວໜ້າໃນອາຊີ”, “ຈຸດນັດພົບແຫ່ງງານບຸນ ແລະ ເຫດການແຖວໜ້າອາຊີ” ແລະ ນອນໃນ top 100  ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນປີ 2023… ຕາມທ່ານຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫງວຽນຈູງແຄ໊ງ ແລ້ວ, ຜົນງານຂອງນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນບົດບາດເປັນເສົາຄ້ຳຂອງການທ່ອງທ່ຽວນະຄອນ ໃນການຟື້ນຟູການເຕີບໂຕລວມຂອງຂະແໜງການທ່ອງທ່ຽວ ຫວຽດນາມ.

       “ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນແຖວໜ້າທົ່ວປະເທດກ່ຽວກັບການຈັດບັນດາລະບົບເຫດການເພື່ອໂຄສະນາ, ສ້າງພາບພົດ, ເຄື່ອງໝາຍການຄ້າການທ່ອງທ່ຽວທີ່ມີຫຼາຍຮູບຫຼາຍແບບ. ສິ່ງດັ່ງກ່າວເຮັດໃຫ້ບັນດາຜະລິດຕະພັນມີຄວາມອຸດົມສົມບູນຂຶ້ນຕື່ມ, ທັງເພີ່ມທະວີປະສົບການຕົວຈິງໃຫ້ແຂກທ່ອງທ່ຽວ, ທັງດຶງດູດແຂກທ່ອງທ່ຽວມາທ່ຽວດົນກວ່າ”.

        ປີ 2024, ນະຄອນ ໂຮ່ຈີມິນ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 6 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນ 38 ລ້ານເທື່ອຄົນ.

      

ຕອບກັບ

ຂ່າວ/ບົດ​ອື່ນ