ຍົກສູງຄຸນນະພາບ, ຄຸນຄ່າ, ເຄື່ອງໝາຍຂອງສິນໃນນໍ້າຫວຽດນາມ

(VOVWORLD) - ໃນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ເຊິ່ງພວມດໍາເນີນໄປຢູ່ຮ່າໂນ້ຍນັ້ນ, ໜຶ່ງໃນບັນດາເນື້ອໃນທີ່ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ ນັ້ນແມ່ນບັນດາມາດຕະການເພື່ອພັດທະນາຂະແໜງສິນໃນນໍ້າຂອງຫວຽດນາມ ໃຫ້ມີຄວາມຍືນຍົງ.

ຍົກສູງຄຸນນະພາບ, ຄຸນຄ່າ, ເຄື່ອງໝາຍຂອງສິນໃນນໍ້າຫວຽດນາມ - ảnh 1 ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນວັນເກື່ອງ ຖືວ່າຄວນເອົາໃຈໃສ່ເຖິງລະບົບມູນຄ່າການປຸງແຕ່ງ (ພາບປະກອບ)

ກ່າວຄໍາເຫັນທີ່ວາລະຊັກຖາມໃນວັນທີ 6 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຂະແໜງສິນໃນນໍ້າ ຫວຽດນາມ ໄດ້ ແລະ ກໍາລັງບັນດລຸໄດ້ບັນດາໝາກຜົນທີ່ດີງາມ. ປີ 2018, ຍອດປະລິມານສິນໃນນໍ້າທັງໝົດບັນລຸໄດ້ 7,7 ລ້ານໂຕ່ນ; ການສົ່ງອອກບັນລຸມູນຄ່າກວ່າ 9 ຕື້ USD, ສະເພາະ 10 ເດືອນໃນປີ 2019, ມູນຄ່າການສົ່ງອອກ ບັນລຸ ໄດ້ 7,1 ຕື້ USD.

        ໃນໄລຍະຈະມາເຖິງ, ເພື່ອພັດທະນາຂະແໜງສິນໃນນໍ້າໃຫ້ມີຄວາມຍືນຍົງນັ້ນ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນວັນເກື່ອງ ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດ ຕ້ອງສຸມໃສ່ບັນດາມາດຕະການຕາມທິດຫຼຸດຜ່ອນປະລິມານການຂຸດຄົ້ນ ແຕ່ເອົາໃຈໃສ່ເຖິງລະບົບມູນຄ່າການປຸງແຕ່ງ. ທີສອງແມ່ນປ່ຽນແປງໂຄງປະກອບ ບໍ່ເນັ້ນໃສ່ການຂຸດຄົ້ນ ຫາກຕ້ອງສຸມໃສ່ການລ້ຽງຢູ່ທະເລ. ນີ້ແມ່ນທິດທາງຍຸດທະສາດຂອງຫວຽດນາມ. ໃນໄລຍະຈາມາເຖິງ, ນອກຈາກການຈັດຕັ້ງການຮ່ວມສໍາພັນຕາມລະບົບການຂຸດຄົ້ນຢູ່ທະເລຄືນໃໝ່ແລ້ວ, ຕ້ອງສຸມໃສ່ການນໍາໃຊ້ເຕັກໂນໂລຢີເຂົ້າໃນການປຸງແຕ່ງຫຼາຍກວ່າ ຈາກນັ້ນ ພັດທະນາບັນດາຜະລິດຕະພັນ ແລະ ເປີດກວ້າງຕະຫຼາດການສົ່ງອອກ”.

        ລັດຖະບານຫວຽດນາມ ກໍາລັງສຸມໃສ່ກໍ່ສ້າງຍຸດທະສາດພັດທະນາຂະແໜງສິນໃນນໍ້າຫວຽດນາມ ໄລຍະ 2021 – 2025, ວິໄສທັດຮອດປີ 2045. ປັດຈຸບັນ, ທ້ອງຖິ່່ນແຫ່ງຕ່າງໆ ພວມສຸມໃສ່່ການສ້າງແຜນຜັງ, ກວດກາບັນດາກົນໄກ, ນະໂຍບາຍ ຄືນໃໝ່ ເພື່ອໜູນຊ່ວຍ ແລະ ພັດທະນາຂະແໜງສິນໃນນໍ້າຫວຽດນາມ ໃຫ້ມີຄວາມຍືນຍົງ./. 

ຕອບກັບ

ຂ່າວ/ບົດ​ອື່ນ