ຍົກສູງຄຸນນະພາບການສຶກສາແລະບຳລຸງສ້າງເພື່ອພັດທະນາ

ຍົກສູງຄຸນນະພາບການສຶກສາແລະບຳລຸງສ້າງເພື່ອພັດທະນາ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​
ພາບ:hanoimoi

(vovworld)- ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ, ສະ​ຖານ​ທູດ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເຫນືອ ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ ປຶກ​ສາ​ຫາ​ລື ກ່ຽວ​ກັບບັນ​ດາ​ທ່າ​ອ່ຽງ​ປ່ຽນ​ແປງ​ທົ່ວ​ໂລກ ແລະ ວິ​ທີ​ພັດ​ທະ​ນາ​ຍຸດ​ທະ​ສາດ​ສອນ​ວິ​ຊາ​ຊີບ​ຢູ່​ຫວຽດ​ນາມ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງ​ຕະ​ຫລາດ​ແຮງ​ງານ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ປະ​ຕິ​ບັດ​ການ​ປ່ຽນ​ໃຫມ່​ລະ​ບົບ​ສຶກ​ສາ, ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ, ຮອບ​ດ້ານ, ໃນ​ນັ້ນ ວ​ຽກ​ງານ​ສອນ​ວິ​ຊາ​ຊີບ ແມ່ນ​ເນື້ອ​ໃນ​ສຳ​ຄັນ​ທີ່​ສຸດ. ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ, ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລ​ຸ້ນ​ໃຫມ່ ແມ່ນ​ບັນ​ດາ​ກາ​ລະ​ໂອ​ກາດ​ອັນ​ລ້ຳ​ຄ່າ ຄວນ​ຍາດ​ແຍ່ງ​ເພື່ອ​​ໃຫ້ການສອນ​ວິ​ຊາ​ຊີບ​ ຂອງ ​ຫວຽດ​ນາມ  ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸ​ນ​ນະ​ພາບ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອງວິ​ສາ​ຫະ​ກິດ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ.

ຂ່າວ/ບົດ​ອື່ນ