ຍົກ​ສູງຄູນ​ນະ​ພາບ​ການ​ແພດພ​ື້ນ​ຖານ, ການ​ແພດ​ສຳ​ຮອງ

(VOVWORLD) - ມຸ່ງໄປເຖິງການສະເຫຼີມສະຫຼອງວັນທ່ານໝໍ ຫວຽດນາມ 27 ກຸມພາ, ວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ໄດ້ໄປຢ້ຽມຢາມ, ອວຍພອນບັນດາທ່ານໝໍຂອງໂຮງໝໍກອງທັບສູນກາງ 108, ໂຮງໝໍປອດສູນກາງ.

ຍົກ​ສູງຄູນ​ນະ​ພາບ​ການ​ແພດພ​ື້ນ​ຖານ, ການ​ແພດ​ສຳ​ຮອງ - ảnh 1 ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢ້ຽມຢາມ, ອວຍພອນບັນດາທ່ານໝໍ ຂອງໂຮງໝໍກອງທັບສູນກາງ 108, ໂຮງໝໍປອດສູນກາງ 

ໂດຍໄດ້ຮັບຮູ້ຄວາມມານະພະຍາຍາມອຸທິດສ່ວນຂອງຖັນແຖວທ່ານໝໍຂອງໂຮງໝໍ ກອງທັບສູນກາງ 108, ໂຮງໝໍປອດສູນກາງ ກໍ່ຄືຂະແໜງການແພດທ່ົວປະເທດ ໄດ້ ແລະ ພວມເປັນກຳລັງຢູ່ແນວໜ້າໃນການຕ້ານໂລກລະບາດໂຄວິດ - 19, ທ່ານ ຫງວຽນຈ້ອງເຫງັ້ຍ ເນັ້ນໜັກວ່າ, ນີ້ແມ່ນຄວາມອຸທິດສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ປະເທດຊາດ.

“ໃນກໍລະນີເກີດໂລກລະບາດໂຄວິດ - 19 ຮອບໃໝ່, ຈື່ງເຫັນໄດ້ວ່າທິດທາງ, ແຜນນະໂຍບາຍຂອງພັກແມ່ນຖຶກຕ້ອງ ແລະ ລະອຽດ. ຖັນແຖວການແພດຮາກຖານ, ການແພດປ້ອງກັນຕ້ອງໄດ້ຍົກລະດັບ. ຊີວິດ ແລະ ຄວາມສາມາດດ້ານວິຊາສະເພາະຂອງພະນັກງານການແພດໄດ້ຍົກສູງຂຶ້ນ ເພື່ອມີຄວາມອຸ່ນອ່ຽນໃຈປິ່ນປົວຄົນປ່ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ