ຍົກສູງຄຸນນະພາບຜະລິດຕະພັນທ່ອງທ່ຽວ ແລະ ເຮັດວຽກແບບມືອາຊີບ

(VOVWORLD) -ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ຍົກສູງຄຸນນະພາບຜະລິດຕະພັນທ່ອງທ່ຽວ ແລະ ເຮັດວຽກເປັນມືອາຊີບ”.

ຍົກສູງຄຸນນະພາບຜະລິດຕະພັນທ່ອງທ່ຽວ ແລະ ເຮັດວຽກແບບມືອາຊີບ - ảnh 1 ກອງປະຊຸມສຳມະນາ

(ພາບ: laodong.vn)

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ຜັນຂະຫຍາຍມະຕິເລກທີ 08 ຂອງກົມການເມືອງກ່ຽວກັບການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ການຊີ້ນຳຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວ. ກອງປະຊຸມສຳມະນາການເວທີປາໄສເພື່ອໃຫ້ບັນດານັກຄຸ້ມຄອງ, ນັກຄົ້ນຄວ້າ ແລະ ວິສາຫະກິດແລກປ່ຽນຂໍ້ມູນຂ່າວ, ປຶກສາມາດຕະການແກ້ໄຂບັນດາຂໍ້ຕິດຂັດ, ກຳນົດບັນດາເນື້ອໃນຄວນບຸກທະລຸເພື່ອນຳຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ. ທ່ານ ຮີ່ງຫວິງອາຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ.

        “ພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ ຕ້ອງສຸມໃສ່ລັກສະນະມືອາຊີບ, ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ ເພື່ອໃຫ້ມີບາດກ້າວພັດທະນາແບບຍືນຍົງ, ຮັບປະກັນກຳລັງແກ່ງແຍ້ງສູງ, ສ້າງບາດກ້າວບຸກທະລຸ ແລະ ພັດທະນາຢ່າງຍາວນານ. ຕ້ອງເພີ່ມລັກສະນະມືອາຊີບ ແລະ ຍົກສູງຄຸນນະພາບຜະລິດຕະພັນທ່ອງທ່ຽວ ຮຽກຮ້ອງຕ້ອງມີຄວາມຕັດສິນໃຈຂອງຂະແໜງທ່ອງທ່ຽວ ແລະ ບັນດາຂະແໜງ, ທຸກຂັ້ນ, ຂອງທົ່ວສັງຄົມ. ໃນນັ້ນກ່ອນອື່ນໝົດແມ່ນຂອງຂະແໜງທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ