ຍົກສູງປະສິດທິຜົນການສອນ ແລະ ຮຽນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍົກສູງປະສິດທິຜົນການສອນ ແລະ ຮຽນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1
(ການ​ສອນ ​ແລະ ຮຽນ​ພາສາ​ຫວຽດໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ “ສື່ສານ​ກັບ​ເລື່ອງ​ຍົກ​ສູງ​ປະສິດທິ​ຜົນ​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ” ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ກະຊວງ​ການ​ຕ່າງປະ​ເທດ) ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ຕຸລາ, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ສື່ສານ​ຢູ່ພາຍ​ໃນປະ​ເທດ ​ແລະ ຕ່າງປະ​ເທດ ​ໄດ້​ຕັ້ງໜ້າ​ຊ່ວຍ​ເຫຼືອປະຊາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຮັກສາ​ພາສາ​ຫວຽດ, ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມື​ອງນອນ; ພ້ອມ​ທັງ​ໂຄ​ສະ​ນາ​ວັດທະນະທຳ​, ພາບ​ພົດ​ປະ​ເທດຊາດ ແລະ ຊາວຫວຽດນາມ... ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ບັນດາ​ອົງການ​ສື່ສານ​ໄດ້​ປະຕິບັດ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ, ກໍ່ຄືພາສາ​ຫວຽດ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ຫງວຽນ​ແທງ​ຮັ່ງ, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ຍົກ​ຄຳ​ເຫັນ​ວ່າ.

        “ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ຮໍ່າຮຽນ​ພາສາ​ຫວຽດ ປາດ​ຖະໜາ​ຢາກ​ມີ​ບັນດາ​ຂໍ້​ມູນ​ມາດຖານກ່ຽວກັບ​ພາສາ​ຫວຽດ. ຖ້າ​ຫາກ​ຫວຽດນາມ ຮຽບຮຽງ​ “ຊຸດ​ປື້​ມພາສາ​ຫວຽດນາມ ​ເຂົ້າ​ໃຈ​ງ່າຍ”, ​ໝາຍ​ຄວາມ​ວ່າໃຊ້​ສັບທົ່ວ​ໄປ​ເພື່ອ​ອະທິ​ບາຍບັນຫາ​ວັດທະນະທຳ​, ປະຫວັດສາດ​, ພາສາ​ຫວຽດນາມ ​ບັນດາ​ຜູ້​ຮຽນ​ພາສາ​ຫວຽດ ຈຶ່ງສາມາດ​ນຳ​ໃຊ້​ຊຸດ​ປື້ມນີ້ໄດ້”.

ຂ່າວ/ບົດ​ອື່ນ