ຍົກສູງປະສິດທິຜົນການຮ່ວມມືກັບບັນດານັກອຸປະຖຳ ODA

ຍົກສູງປະສິດທິຜົນການຮ່ວມມືກັບບັນດານັກອຸປະຖຳ ODA - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
(ພາບປະກອບ)


(vovworld) – ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຫາ​ກໍ່​ມີ​ຄຳ​ເຫັນ​ຊີ້​ນຳ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບບັນດາ​ນັກ​ອຸປະຖຳ ODA ​ແລະ ​ແຫຼ່ງທຶນ​ກູ້ຢື່ມ​ພິ​ເສດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມອບ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງສ້າງ​ບົດ​ລາຍ​ງານ​ລົງ​ເລິກກ່ຽວ​ກັບ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ສຸມ​ໃສ່​ກຳນົດ​ບັນດາ​ດ້ານ​​ຈຳກັດ, ຊີ້​ອອກບັນດາ​ຂະ​ແໜງ, ຂົງ​ເຂດ​ຕ້ອງ​ປະຕິ​ຮູບ ​ແລະ ມາດ​ຕະການ​ປັບປຸງ ​ເພື່ອ​ແນ​ໃສ່​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ກວ່າ​ອີກ​, ​ແນ​ໃສ່​ບັນລຸ​​​ໃຫ້ໄດ້​ມາດຖານ​ຂອງ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ບັນດາ​ອົງການ​ຄຸ້ມ​ຄອງ​ຕ້ອງຊາບ​ຊືມ​ເພື່ອ​ປະຕິບັດ​ການ​ປະຢັດ​ໃນ​ການ​ນຳ​ໃຊ້​ແຫຼ່ງທຶນ ODA ​ແລະ ທຶນ​ກູ້​ຢືມຂອງ​ບັນດາ​ນັກ​ອຸປະຖຳ, ພິ​ເສດ​ແມ່ນ​ສຳລັບ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ເຕັກນິກ;​ໃຫ້​ບຸລິມະສິດ​ແຫຼ່ງທຶນ​ແກ່​ພາກສ່ວນ​ລົງທຶນ​ຂອງ​ລາຍການ, ໂຄງການ.

        ຕາມ​ບົດ​ລາຍ​ງານ​ຂອງ​ຫ້ອງວ່າການ​ຄະນະ​ຊີ້​ນຳ​ນຳພາແຫ່ງ​ຊາດ​ກ່ຽວ​ກັບ ODA ​ແລະ ທຶນ​ກູ້​ຢືມ, ວຽກ​ງານ​ຂົນ​ຂວາ​ຍ ​ແລະ ດຶງ​ດູດ​​ແຫຼ່ງທຶນ ODA ​ແລະ ທຶນ​ກູ້​ຢືມພິ​ເສດ, ຍອດ​ທຶນ ODA ​ແລະ ທຶນ​ກູ້​ຢືມ​ພິ​ເສດທີ່​ໄດ້​ລົງ​ນາມ​ໃນ​ປີ 2014 ບັນລຸ​ເກືອບ 4,4 ຕື້ USD. ການປ່ອຍ​ແຫຼ່ງທຶນ ODA ​ແລະ ທຶນ​ກູ້​ຢືມ​ພິ​ເສດ​ໃນ​ປີ 2014 ບັນລຸ​ປະມານ 5,6 ຕື້ USD. ບັນດາ​ນັກ​ອຸປະຖຳ​​ໃຫຍ່​ ຍັງຄົງ​ສືບ​ຕໍ່​​ຮັກສາ​ລະດັບ​ປ່ອຍ​ເງິນ​ສູງ​ໃຫ້​ຫວຽດນາມ​ຄື: ຍີ່ປຸ່ນ, ທະນາຄານ​ໂລກ, ທະນາຄານ​ພັດທະນາ​ອາຊີ.

ຂ່າວ/ບົດ​ອື່ນ