ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸນ

(VOVWORLD) - ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານທູດ ແລະ ບັນດາອົງການຍີ່ປຸ່ນ, ການນຳບັນດາທ້ອງຖິ່ນຫວຽດນາມ ແລະ ຜູ້ຕາງໜ້າບັນດາວິສາຫະກິດສອງປະເທດໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມືລົງທຶນ.
ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸນ - ảnh 1ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳກະຊວງການຕ່າງປະເທດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Baoquocte.vn)

ຕອນບ່າຍວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ສົມທົບກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມ “ພົບປະຍີ່ປຸ່ນ 2020” ເພື່ອແນໃສ່ຊ່ວຍໃຫ້ອຳນາດການປົກຄອງ ແລະ ວິສາຫະກິດ ທ້ອງຖິ່ນ ຫວຽດນາມ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມືຍີ່ປຸ່ນ ໃນບັນດາຂົງເຂດຄື: ການລົງທຶນ, ການຄ້າ, ກະສິກຳ, ການຫັນເປັນດີຈີຕອນ, ການຮ່ວມມືຂັ້ນທ້ອງຖິ່ນ, ແຫຼ່ງຊັບພະຍາກອນມະນຸດ ແລະ ການສຶກສາ - ບຳລຸງສ້າງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືຂັ້ນທ້ອງຖິ່ນ ຂອງສອງປະເທດເວົ້າສະເພາະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອສືບຕໍ່ພັດທະນາ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບຸນແບບເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມືລົງທຶນກັບຕ່າງປະເທດດ້ວຍເປົ້າໝາຍສຸມໃສ່ ການດຶງດູດ, ການຮ່ວມມືລົງທຶນຕ່າງປະເທດທີ່ມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ການປົກປັກຮັກສາສິ່ງແວດລ້ອມ ເປັນເງື່ອນໄຂຕັດສິນຊີ້ຂາດ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານທູດ ແລະ ບັນດາອົງການຍີ່ປຸ່ນ, ການນຳບັນດາທ້ອງຖິ່ນຫວຽດນາມ ແລະ ຜູ້ຕາງໜ້າບັນດາວິສາຫະກິດສອງປະເທດໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມືລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ