ຍັງບໍ່ສາມາດຢັ້ງຢືນໂລກໄຂ້ຫວັດສັດປີກ H7N9 ຕິດແປດຈາກຄົນສູ່ຄົນ

ຍັງບໍ່ສາມາດຢັ້ງຢືນໂລກໄຂ້ຫວັດສັດປີກ H7N9 ຕິດແປດຈາກຄົນສູ່ຄົນ - ảnh 1
(ພາບປະກອບ)
(vovworld) – ​ໃນ​ການ​ປະຊຸ​ມຂ່າວຢູ່​ຊຽງ​ໄຮ້ (ປະ​ເທດ​ຈີນ), ​ເມື່ອ​ວັນ​ທີ 22/04, ຜູ້​ຊ່ວຍ​ວຽກ​ຜູ້​ອຳນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ (WHO) ທ່ານ Keiji Fukuda ​ໃຫ້​ຮູ້​ວ່າ, ຍັງ​ບໍ່​ທັນ​ມີ​ຫຼັກ​ຖານທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ມີ​ສັນຍານ​ທີ່​ຕິດແປດຈາກຄົນສູ່ຄົນຢູ່​ຈີນ, ​ເຖິງ​ວ່າ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະນະ​ສຸກ​ຂອງ​ປະ​ເທດ​ນີ້​ໄດ້​ຮັບ​ຮູ້​ວ່າ ມີສະມາຊິກ​ຫຼາຍ​ຄົນໃນ​ຄອບຄົວດຽວ​ຖືກ​ຕິດໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9. ຕາມ​ທ່ານ Fukuda ​ແລ້ວ, ​ເຫດຜົນ​ທີ່​ຄອບຄົວ​ດັ່ງກ່າວ​ມີ​ຜູ້ຕິດ​​ເຊື້ອໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ຍັງ​ບໍ່​ທັນ​​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ຈະແຈ້ງ​ ​ແຕ່​ກໍ​ບໍ່​ເວັນ​ເສຍ​ກໍລະນີ​ຖືກ​ຕິດ​ແປດຈາກຄົນສູ່ຄົນ. ວົງ​ການນັກ​ການ​ແພດຍັງ​ຖື​ວ່າ ​ເຊື້ອໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ​ແມ່ນ​ສາມາດຕິດ​ແປດ​ຈາກ​ສັກ​ປີກ​ສູ່​ຄົນ. ນອກຈາກ​ນັ້ນ, ຕາມ​ທ່ານ Fukuda ​ລັກສະນະອີກອັນ​ໜຶ່ງທີ່​ຜິດປົກກະຕິ​ຂອງໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ​ແມ່ນມີຜູ້​ມີ​ອາຍຸ​ສູງຫຼາຍ​ຄົນ​ຖືກຕິດ​​ເຊື້ອໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ​​ໂດ​ຍ​ບໍ່ຮູ້​​ແຈ້ງ​ສາຍເຫດ.
ຂ່າວ/ບົດ​ອື່ນ