ຍີ່​ປຸ່ນ ຄັດຄ້ານ ກໍ່າ​ປ່ັນ ຈີນ ລະ​ເມ​ີດ​ເຂດນ່ານນໍ້າ

(VOVWORLD) -   ຍີ່ປຸ່ນ ໄດ້ຕໍາໜິເລື່ອງກໍ່າປັ່ນຕໍາຫຼວດທະເລຂອງ ຈີນ ລະເມີດເຂດນ່ານນໍ້າຂອງ ຍີ່ປຸ່ນຢ່າງຕໍ່ເນື່ອງ ແລະ ຂັບໄລ່ກໍ່າປັ່ນຫາປາຂອງປະເທດນີ້.
ຍີ່​ປຸ່ນ ຄັດຄ້ານ ກໍ່າ​ປ່ັນ ຈີນ ລະ​ເມ​ີດ​ເຂດນ່ານນໍ້າ - ảnh 1ໝູ່ເກາະທີ່ເກີດການຂັດແຍ້ງຢູ່ທະເລຕາເວັນອອກ  ເຊິ່ງປັດຈຸບັນ ຍີ່ປຸ່ນ ພວມຄວບຄຸມ ແລະ ເອີ້ນວ່າ Senkaku ໃນຂະນະທີ່ ຈີນເອີ້ນວ່າ ແຕວອຸ໊ຍ(ພາບ:  Japan Times/TTXVN)

        ວັນທີ 11 ພຶດສະພາ, ກ່າວຄໍາເຫັນໃນການປະຊຸມຖະແຫຼງຂ່າວນັດສາມັນ, ທ່ານ Yoshihide Suga ຫົວໜ້າຫ້ອງວ່່າການລັດຖະບານ ຍີີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປ່ນຸ ໄດ້ຮັບບົດລາຍງາຍຫຼາຍບົດກ່ຽວກັບເຫດການທີ່ກ່ຽວຂ້ອງເຖິງການກະທໍາຂອງກໍ່າປັ່ນຂອງຈີນ ແລະ ໄດ້ສະແດງການຄັດຄ້ານຢ່າງຮຸນແຮງໃນທັນທີ ຕໍ່ ປັກກິ່ງ ຜ່ານຊອ່ງທາງການທູດມາເປັນຫຼາຍຄັ້ງແລ້ວ. ເຈົ້າໜ້າທີ່ທ່ານນີ້ຂອງ ຍີ່ປຸ່ນ ໄດ້ກ່າວເຕືອນວ່າ ການກະທໍາຂອງ ຈີນ ອາດຈະກໍ່ຜົນສະທ້ອນເຖິງການຮ່ວມມືຂອງປະຊາຄົມສາກົນເວົ້າລວມ, ໃນນັ້ນ ມິວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

 

ຕອບກັບ

ຂ່າວ/ບົດ​ອື່ນ