ຍີ່​ປຸ່ນ ​ຍົກ​ສູງ​ບົດ​ບາດ​ຂອງ ອາ​ຊຽນ ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິ​ນ​ເດຍ-ປາ​ຊີ​ຟິກ

(VOVWORLD) - ຄາດວ່າ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ຈະເຊີນການນຳບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດຢູ່ ໂຕກຽວ ເພື່ອພ້ອມກັນສ້າງວິໄສທັດໃຫ້ແກ່ການພົວພັນ ອາຊຽນ-ຍີ່ປຸ່ນ ໃນອະນາຄົດ.
 
ຍີ່​ປຸ່ນ ​ຍົກ​ສູງ​ບົດ​ບາດ​ຂອງ ອາ​ຊຽນ ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິ​ນ​ເດຍ-ປາ​ຊີ​ຟິກ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Hayashi Yoshimasa (ພາບ: Kyodo/TTXVN)

  ອາຊຽນ ແມ່ນຄູ່ຮ່ວມມືສຳຄັນຂອງຍີ່ປຸ່ນ ໃນການປະຕິບັດການຫັນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ ໃຫ້ປະກົດຜົນເປັນຈິງ. ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Hayashi Yoshimasa ໄດ້ຢັງຢືນຄືດັ່ງກ່າວ ທີ່ການປະຊຸມຂ່າວເມື່ອວັນທີ 9 ຕຸລາ ພາຍຫຼັງການຢ້ຽມຢາມສອງປະເທດ ມາເລເຊຍ ແລະ ສິງກະໂປ. ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Hayashi Yoshimasa ໃຫ້ຮູ້ວ່າ ປີ 2023 ແມ່ນຂີດໝາຍແຫ່ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ອາຊຽນ-ຍີ່ປຸ່ນ. ຄາດວ່າ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ຈະເຊີນການນຳບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດຢູ່ ໂຕກຽວ ເພື່ອພ້ອມກັນສ້າງວິໄສທັດໃຫ້ແກ່ການພົວພັນ ອາຊຽນ-ຍີ່ປຸ່ນ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ