ຍີ່​ປຸ່ນ ເບີກຈ່າຍ 12 ລ້ານ USD ເພື່ອ​ຈັດ​ງານ​ສົບ​ລະ​ດັບ​ຊາດ​ໃຫ້​ແກ່​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe Shinzo

(VOVWORLD) -ຄາດວ່າຍີ່ປຸ່ນຈະເບີກຈ່າຍເງິນປະມານ 12 ລ້ານ USD ເພື່ອຮັບໃຊ້ວຽກງານຈັດງານສົບລະດັບຊາດໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ Abe Shinzo.
ຍີ່​ປຸ່ນ ເບີກຈ່າຍ 12 ລ້ານ USD ເພື່ອ​ຈັດ​ງານ​ສົບ​ລະ​ດັບ​ຊາດ​ໃຫ້​ແກ່​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe Shinzo - ảnh 1ທ່ານອະດີດນາຍົກລັດຖະມົນຕີ Abe Shinzo (ພາບ: Bloomberg)

ວັນທີ 6 ກັນຍາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຄາດວ່າປະເທດນີ້ຈະເບີກຈ່າຍເງິນປະມານ 12 ລ້ານ USD ເພື່ອຮັບໃຊ້ວຽກງານຈັດງານສົບລະດັບຊາດໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ Abe Shinzo. ຕາມທ່ານຫົວໜ້າຫ້ອງວ່າການລັດຖະບານ Hirozaku Matsuno ແລ້ວ, ມີກວ່າ 190 ຄະນະຜູ້ຕາງໜ້າມາຈາກຕ່າງປະເທດ, ໃນນັ້ນມີປະມານ 50 ຄະນະປະມຸກລັດຂອງປະເທດຕ່າງໆຈະເຂົ້າຮ່ວມງານສົບລະດັບຊາດຂອງທ່ານ ອະດີດນາຍົກລັດຖະມົນຕີ Abe Shinzo ໃນວັນທີ 27 ກັນຍາ ຈະມາເຖິງ.

        ງານສົບດັ່ງກ່າວຈະຈັດຂຶ້ນຢູ່ Nippon Budokan, ນະຄອນຫຼວງ ໂຕກຽວ.

ຮວ່າງຫງວຽນ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ