ຍີ່​ປຸ່ນ​ຄັດ​ຄ້ານ​​ເລື່ອງ ລັດ​ເຊຍ ​ຜັນ​ຂະ​ຫຍາຍ​ເຮືອ​ບິນ​ບໍ່​ມີ​ຄົນຂັບໄປ​ຍັງ​ເຂດ​ເກາະ​ເກີດ​ການ​ຂັດແຍ້ງກັນ

(VOVWORLD) - ທ່ານ Taro Kono ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດໝູ່ເກາະທີ່ມີການຂັດແຍ້ງກັນນັ້ນສອງປະເທດຄວນດຳເນີນການລົງນາມໃນສົນທິສັນຍາສັນຕິພາບ.

       ວັນທີ 9 ເມສາ, ລັດຖະບານ ຍີ່ປຸ່ນ ໄດ້ ຄັດຄ້ານເລື່ອງ ລັດເຊຍ ຜັນຂະຫຍາຍເຮືອບິນບໍ່ມີຄົນຂັບລຸ້ນໃໝ່ໄປຍັງເຂດໝູ່ເກາະເກີດການຂັດແຍ້ງກັບ ຍີ່ປຸ່ນ ຊຶ່ງ ໂຕກຽວ ເອີ້ນວ່າ ເຂດນ້ຳແດນດິນທາງທິດເໜືອ, ໃນຂະນະທີ່ ມົດສະກູ ເອີ້ນວ່າ Kurils ໃຕ້.

        ກ່ອນໜ້ານັ້ນ, ໃນວັນທີ 8 ເມສາ, ໜັງສືພິມລາຍວັນ Investia (ຂອງ ລັດເຊຍ) ໄດ້ລົງຂ່າວວ່າ ລັດເຊຍ ໄດ້ຕັດສິນໃຈ ຜັນຂະຫຍາຍເຮືອບິນບໍ່ມີຄົນຂັບ ລຸ້ນໃໝ່ Orlan 10 ໃຫ້ແກ່ກຳລັງທະຫານລັດເຊຍທີ່ພວມຕັ້ງທັບຢູ່ 2 ເກາະ Iturup ແລະ Kunashir ເຊິ່ງ ຍີ່ປຸ່ນ ເອີ້ນວ່າ ເກາະ Etorofu ແລະ ເກາະ Kunashiri. ພາຍຫຼັງ ໄດ້ຮັບຂ່າວດັ່ງກ່າວ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ອອກສຽງຄັດຄ້ານ ໂດຍຜ່ານສະຖານທູດ ລັດເຊຍ ປະຈຳ ຍີ່ປຸ່ນ, ຊຶ່ງໄດ້ຖືວ່າ ຖ້າຫາກຂ່າວດັ່ງກ່າວຖືກຕາມຄວາມຈິງນີ້ ແມ່ນການກະທຳທີ່ບໍ່ອາດຮັບຮູ້ໄດ້ ແລະ ບໍ່ເໝາະສົມກັບທັດສະນະຂອງ ໂຕກຽວ.

        ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານ Taro Kono ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດໝູ່ເກາະທີ່ມີການຂັດແຍ້ງກັນນັ້ນສອງປະເທດຄວນດຳເນີນການລົງນາມໃນສົນທິສັນຍາສັນຕິພາບ, ພ້ອມທັງສະແດງຄວາມຫວັງວ່າຈະສືບຕໍ່ບັນດາການເຈລະຈາກັບ ລັດເຊຍ ກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ