ຍີ່ປຸ່ນຄິດໄລ່ຊັ່ງຊາເງື່ອນໄຂເພື່ອໃຫ້ລັດເຊຍມອບສົ່ງເກາະທີ່ພວມມີການຂັດແຍ້ງ

ຍີ່ປຸ່ນຄິດໄລ່ຊັ່ງຊາເງື່ອນໄຂເພື່ອໃຫ້ລັດເຊຍມອບສົ່ງເກາະທີ່ພວມມີການຂັດແຍ້ງ - ảnh 1
ມົດ​ສະ​ກູ ເອີ້ນ​ວ່າ ໝູ່​ເກາະ Kuril ໃຕ້ ແຕ່​ໂຕກຽວ ກໍ່​ຖະ​ແຫຼງ​ປະ​ກາດ​ອະ​ທິ​ປະ​ໄຕ ແລະ ເອີ້​ນ​ວ່າ​ເຂດ​ດິນ​ແດນ​ທາງ​ພາກ​ເໜືອ
(​ພາບ: Sputnik)

(vovworld) –  ​ລັດ​ຖະ​ບານ ຍີ່​ປຸ່​ນ ພວມ​ພິ​ຈາ​ລະ​ນາ​ຮັບ​ປະ​ກັນ​ກັບ​ລັດ​ເຊຍ​ວ່າ ເລື່ອງ ມົດ​​ສະ​ກູ ສົ່ງ​ຄືນ​ເກາະ 4 ແຫ່ງ​ທີ່​ພວມ​ມີ​ການ​ຂັດ​ແຍ້ງ​ໃຫ້ ໂຕ​ກຽວ ຈະ​ບໍ່​ພາ​ໄປ​ເຖິງ​ເລື່ອງ ອາ​ເມ​ລິ​ກາ ຕັ້ງ​ທັບ​ຢູ່​ບັນ​ດາ​ເກາະ​ແຫ່ງນີ້​ຕາມ​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຍີ່​ປຸ່ນ - ອາ​ເມ​ລິ​ກາ. ຕາມ​ແຫຼ່ງ​ຂ່າວ​ທາງການ​ທູດ​ເມື່ອ​ວັນ​ທີ 29/10 ແລ້ວ, ລັດ​ເຊຍ ໄດ້​ຢັ້ງ​ຢືນ​ກັບ ຍີ່​ປຸ່ນ​ວ່າ ເຂົາ​ເຈົ້າ​ເຄົາ​ລົບ​ຖະ​ແຫຼງ​ການ​ຮ່ວມ ຍີ່​ປຸ່ນ - ໂຊວຽດ ເມື່ອ​ປີ 1956, ໃນ​ນັ້ນ​ໄດ້​ຊີ້​ແຈ້ງ ມົດ​ສະ​ກູ ຈະ​ສົ່ງ​ຄືນ​ເກາະ​ນ້ອຍ Shikotan ແລະ ເກາະ Habomai ພາຍຫຼັງ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ທີ່​ໄດ້​ລົງ​ນາມ​ກັບ ໂຕ​ກຽວ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ເຊຍ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າ ກອງ​ທັບ ອາ​ເມ​ລິ​ກາ ສາ​ມາດ​ຕັ້ງ​ທັບ​ໃນ​ບັນ​ດາ​ເກາະ​ດັ່ງ​ກ່າວ​, ໂດຍ​ອີງ​ໃສ່​ມາດ​ຕາ​ 5 ​ໃນສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ ຍີ່​ປຸ່ນ - ອາ​ເມ​ລິ​ກາ. ປະ​ຈຸ​ບັນ, ໂຕ​ກຽວ ພວມ​ຕີ​ລາ​ຄາ​ບັນ​ດາ​ຜົນ​ສະ​ທ້ອນ​ຂອງ​ເລື່ອງ​ນຳ​ໃຊ້​ມາດ​ຕາ 5 ສຳ​ລັບໝູ່​ເກາະ 2 ແຫ່ງ​ດັ່ງ​ກ່າວ ຫຼື ​ອາດ​ຈະ​ນັບ​ທັງເກາະ 4 ແຫ່ງ​ທີ່​ພວມ​ມີ​ກາ​ນ​ຂັດ​ແຍ້ງ​ກັນ. ຍີ່​ປຸ່ນ​ເຊື່ອ​ໝັ້ນ​ວ່າ, ຄຳ​ໝັ້ນ​ສັນ​ຍາ​ຄື​ດັ່ງ​ກ່າວ​ກັບ ລັດ​ເຊຍ ຈະ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຂັດ​ແຍ້ງ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ຂ້ອງ​ເຖິງເກາະ 4 ແຫ່ງ​ເຊິ່ງ​ລວມ​ມີ: Shikotan, Habomai, Etorofu ແລະ Kunasshiri ຊຶ່ງ ມົດ​ສະ​ກູ ພວມ​ຄວບ​ຄຸມ​ດ້ວຍ​ຊື່​ວ່າ ໝູ່​ເກາະ Kuril ໃຕ້ ແຕ່​ໂຕກຽວ ກໍ່​ຖະ​ແຫຼງ​ປະ​ກາດ​ອະ​ທິ​ປະ​ໄຕ ແລະ ເອີ້​ນ​ວ່າ​ເຂດ​ດິນ​ແດນ​ທາງ​ພາກ​ເໜືອ.


ຂ່າວ/ບົດ​ອື່ນ