ຍີ່ປຸ່ນ,ຈີນຄາດຄະເນຈະເຊື່ອມຕໍ່ການການເຈລະຈາຄວາມໝັ້ນຄົງໃນເດືອນ4

ຍີ່ປຸ່ນ,ຈີນຄາດຄະເນຈະເຊື່ອມຕໍ່ການການເຈລະຈາຄວາມໝັ້ນຄົງໃນເດືອນ4 - ảnh 1
ເຂດ​ທະ​ເລ​ຮ​ວາ​ຕູງ
(ພາບ: AFP)

(vovworld) – ຍີ່​ປຸ່ນ, ຈີນ​ ຄາດ​ຄະ​ເນ​ຈະ​ເຊື່ອມ​ຕໍ່​ການ​ການ​ເຈ​ລະ​ຈາ​ຄວາມ​ໝັ້ນ​ຄົງໃນ​ເດືອນ 4. ການ​ເຈ​ລະ​ຈາ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​​ໃນການ​ເດີນ​​ເຮືອ, ໃນ​ສະ​ພາບ​ການ ໂຕ​ກຽວ​ ກ່າວ​ຫາ​ບັນ​ດາ​ກຳ​ປັ່ນ​ຂອງ​ກຳ​ລັງ​ປ້ອງ​ກັນ​ແຄມ​ທະ​ເລ​ຂອງ ຈີນ (CGG) ລ່ວງລະ​ເມີດ​ເຂດ​ທະ​ເລ​ອ້ອມ​ແອ້ມ​ໝູ່​ເກາະ Senkaku ໂດຍ ຍີ່​ປຸ່ນ ຄວບ​ຄຸມ​ ແຕ່ ຈີນກໍ່​ຖະ​ແຫຼງ​ອະ​ທິ​ປະ​ໄຕ ແລະ ເອີ້ນ​ວ່າ ຕຽວ​ອີ ໃນ​ທະ​ເລ​ ຮ​ວາ​ຕູງ ເປັນຫຼາຍ​ຄັ້ງ.

        ​ຄາດ​ວ່າ ໃນ​ການ​ເຈ​ລະ​ຈານີ້, ຍີ່​ປຸ່ນ ຈະ​ອະ​ທິ​ບາຍ​ກ່ຽວ​ກັບ​ເລື່ອງ ໂຕ​ກຽວ ປ່ຽນ​ແປງວິ​ທີ​ເຂົ້າ​ໃຈ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ​ສັນ​ຕິ​ພາບ​ໃນ​ເດືອ​ນ 7 ປີ​ກາຍນີ້, ອະ​ນຸ​ຍາດ​ໃຫ້​ປະ​ເທດນີ້​ປະ​ຕິ​ບັດ​ສິດ​ປ້ອງ​ກັນ​ລວມ​ໝູ່. ສ່ວນ​ຝ່າຍ ຈີນ ຈະ​ຊອກ​ຫາ​ວິ​ທີ​ເຮັດ​ໃຫ້​ບັນ​ດາຫຼັກ​ການ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຍີ່​ປຸ່ນ - ອາ​ເມ​ລິ​ກາ ຢ່າງ​ລະ​ອຽດ, ກໍ່​ຄື​ມາດ​ຕາ​ອະ​ນຸ​ຍາດ​ໃຫ້ລັດ​ຖະ​ບານ ຍີ່​ປຸ່ນ ຜັນ​ຂະ​ຫຍາຍ​ກຳ​ລັງ​ປ້ອງ​ກັນ (SDF) ຢູ່​ຕ່າງ​ປະ​ເທດ​ຖ້າ​ມີ​ຄວາມ​ຈ​ຳ​ເປັນ.

 

 


ຂ່າວ/ບົດ​ອື່ນ