(vovworld) - ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Fumio Kishida ແລະ ຄູ່ຮ່ວມຕຳແໜ່ງຈີນ ວາງອີ ພວມສ້າງແຜນການດຳເນີນການເຈລະຈາ 2 ຝ່າຍໃນອາທິດຈະມາເຖິງ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນຢູ່ລາວ. ຄາດວ່າ, ທີ່ການພົບປະຄັ້ງນີ້, ທ່ານ Kishida ຈະສະເໜີໃຫ້ຝ່າຍຈີນ ຮ່ວມມືໃນການຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ 3 ຝ່າຍກັບສ.ເກົາຫຼີ, ຕາມແຜນການຈະຖືກດຳເນີນໃນທ້າຍເດືອນ 08 ຢູ່ຍີ່ປຸ່ນ. ພ້ອມກັນນັ້ນ, ອີກຄັ້ງໜຶ່ງທ່ານ Kishida ຈະກະຕຸກຊຸກຍູ້ຈີນ ມີການກະທຳທີ່ເໝາະສົມກັບຄຳຕັດສິນຂອງສານອະນຸຍາໂຕຕຸລາການ (PCA) ຢູ່ລາໄຮ ກ່ຽວກັບການຂັດແຍ້ງກັນຢູ່ທະເລຕາເວັນອອກ.
ນີ້ແມ່ນການພົບປະຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ 2 ທ່ານ, ພາຍຫຼັງທີ່ PCA ອອກຄຳສັດສິນປະຕິເສດບັນດາຄຳຮຽກສິດຂອງຈີນ ກ່ຽວກັບ “ສິດປະຫວັດສາດ” ແລະ “ເສັ້ນ 9 ຕອນ” ຢູ່ທະເລຕາເວັນອອກ. ພາຍຫຼັງ PCA ອອກຄຳຕັດສິນ, ຍີ່ປຸ່ນ ໄດ້ກະຕຸກຊຸກຍູ້ຈີນ ເຄົາລົບຄຳຕັດສິນ ແລະ ປະຕິບັດຄຳຕັດສິນຂອງ PCA. ແຕ່ວ່າ, ຈີນ ໄດ້ອອກຖະແຫຼງການຖະແຫຼງວ່າ ປະເທດນີ້ບໍ່ຍອມຮັບກໍຄືບໍ່ຮັບຮູ້ຄຳຕັດສິນ ແລະ ຮຽກຮ້ອງໂຕກຽວ ບໍ່ແຊກແຊງເຂົ້າບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກ.