ຍີ່​ປຸ່​ນ​ພ້ອມ​ແລ​້ວ​ທີ່​ຈະ​ໂອ້​ລົມ​ສົນ​ທະ​ນາ​ຢ່າງບໍ່​ມີ​ເງື່ອນ​ໄຂ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) - "ຂ້າພະເຈົ້າ ຈະບໍ່ໃຫ້ພາດບໍ່ວ່າໂອກາດໃດໆເພື່ອອາດຈະແກ້ໄຂບັນຫາດັ່ງກ່າວໄດ້. ຂ້າພະເຈົ້າຈະພົບປະກັບທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂໃດໆກ່ອນ”

        ວັນທີ 6 ພຶດສະພາ, ທ່ານ Shinzo Abe  ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ເຊິ່ງບໍ່ຕ້ອງການເງື່ອນໄຂໃດໆກ່ອນເພື່ອແນໃສ່ແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງບັນດາພົນລະເຮືອນຂອງ ຍີ່ປຸ່ນ ທີ່ຖືກພຽງຢາງ ລອກຈັບຕົວ.

        ກໍ່ໃນວັນດຽວກັນ, ທ່ານ Shinzo Abe  ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການເຈລະຈາທາງໂທລະສັບ, ທ່ານ ໄດ້ເນັ້ນໜັກວ່າ: “ຂ້າພະເຈົ້າ ຈະບໍ່ໃຫ້ພາດບໍ່ວ່າໂອກາດໃດໆເພື່ອອາດຈະແກ້ໄຂບັນຫາດັ່ງກ່າວໄດ້. ຂ້າພະເຈົ້າຈະພົບປະກັບທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂໃດໆກ່ອນ”


ຕອບກັບ

ຂ່າວ/ບົດ​ອື່ນ