ຍີ່​ປຸ່ນ​ຢັ້ງ​ຢືນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປີດກວ້າງ, ມີ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຮ່ວມ

(VOVWORLD) -ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດເປີດກວ້າງ, ມີຜົນປະໂຫຍດດ້ານຍຸດທະສາດຮ່ວມກັບ ຍີ່ປຸ່ນ. ນັ້ນແມ່ນຄຳຢັ້ງຢືນຂອງເຈົ້າໜ້າທີ່ທ່ານໜຶ່ງ ຂອງ ລັດຖະບານ ຍີ່ປຸ່ນ ກ່ອນການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kshida.
ຍີ່​ປຸ່ນ​ຢັ້ງ​ຢືນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປີດກວ້າງ, ມີ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຮ່ວມ - ảnh 1ທ່ານນາຍົກລັດຖະມົນຕີ Fumio Kshida  (ພາບ: TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ໂຕກຽວ ໃນວັນທີ 28 ເມສາ, ເຈົ້າໜ້າທີ່ທ່ານນີ້ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Fumio Kshida ຈະມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 30 ເມສາ ຫາວັນທີ 1 ພຶດສະພາ. ໃນໄລຍະຢ້ຽມຢາມ ຫວຽດນາມ, ຄາດວ່າ ທ່ານນາຍົກລັດຖະມົນຕີ Fumio Kshida ຈະມີການພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນວັນທີ 1 ພຶດສະພາ. ໄປຄຽງຄູ່ກັນນັ້ນ, ທ່ານກໍ່ຈະມີການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ນາປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ຕາມເຈົ້າໜ້າທີ່ທ່ານດັ່ງກ່າວແລ້ວ, ເປົ້າໝາຍຂອງການຢ້ຽມຢາມສາມປະເທດ ອາຊີຕາເວັນອອກສ່ຽງໃຕ້ໃນຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີ Fumio Kshida ແມ່ນແນໃສ່ເພີ່ມທະວີການຮ່ວມມື ກັບບັນດາປະເທດດັ່ງກ່າວ ເພື່ອປະຕິບັດການຫັນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກເປັນເສລີ ແລະ ເປີດກວ້າງ, ພ້ອມທັງເພີ່ມທະວີການສົມທົບກັນລະຫວ່າງວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP)ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ