ຍີ່ປຸ່ນສະແດງຄວາມວິຕົກກັງວົນກ່ຽວກັບກຳປັ່ນທະຫານເຮືອຈີນບຸກເຂົ້າເຂດຕິດຈອດ

ຍີ່ປຸ່ນສະແດງຄວາມວິຕົກກັງວົນກ່ຽວກັບກຳປັ່ນທະຫານເຮືອຈີນບຸກເຂົ້າເຂດຕິດຈອດ - ảnh 1
ກຳ​ປັ່ນ​ສອດ​ແນມ​ຂອງ​ຈີນ
Nikkei Asian Review/ TTXVN


(vovworld)- ວັນ​ທີ 16/6, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ມີ​ກຳ​ປັ່ນ​ລຳ​ຫນຶ່ງ​ຂອງ​ທະ​ຫານ​ເຮືອ ຈີນ ໄດ້​ເຄື່ອນ​ໄຫວ​ຢູ່​ບ​ໍ​ລິ​ເວນ​ ນອກ​ເຂດ​ນ່ານ​ນ້ຳ ຍີ່​ປຸ່ນ, ໃກ້​ກັບ​ເກາະ Kitadaito ຂຶ້ນ​ກັບ​ແຂວງ Okinawa ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ ຍ້ອນ​ບັນ​ດາ​ການ​ກະ​ທຳ​ກະ​ມຶງ​ກະ​ມັງ​ຂອງ​ຈີນ​ຢູ່​ທະ​ເລ. ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ​ຍີ່​ປຸ່ນ ໄດ້​ເປີດ​ເຜີຍ​​ກັບບັນ​ດາ​ນັກ​ຂ່າວວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ໄດ້​ມອບ​ສານ​ການ​ທູດໃຫ້​ສະ​ຖານ​ທູດຈີນ ຢູ່ ໂຕ​ກຽວ ສະ​ແດ​ງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ກໍ​ລະ​ນີ​ກຳ​ປັ່ນ​ສອດ​ແນມ ດົງ​ຢາວ ຂອງ​ຈີນ ໄດ້​ບຸກ​ເຂົ້າ​ເຂດນີ້​ໃນ​ເວ​ລາ​ປະ​ມານ 15 ໂມງ 5 ນາ​ທີ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ກຳ​ປັ່ນ​ລຳ​ນີ້​ໄດ້​ເດີນ​ທາງ​ອອກ​ຈາກ​ເຂດ​ໃກ້​ກັບ​ທະ​ເລ​ຍີ່​ປຸ່ນ ຫລື ເອີ້ນ​ວ່າ​ເຂດ​ຕິດ​ຈອດ ຫລັງ​ຈາກນັ້ນ ປະ​ມານ 1 ຊົ່ວ​ໂມງ​. ກໍ​ລະ​ນີ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ພາ​ຍ​ຫລັງ ​​ກຳ​ປັ່ນ​ລຳ​ຫນຶ່ງ​ຂອງ​ທະ​ຫານ​ເຮືອ​ຈີນ ບຸກ​ເຂົ້າ​ເຂດ​ນ່ານ​ນ້ຳ​ຍີ່​ປຸ່ນ ທາງ​ທິດ​ຕາ​ເວັນ​ຕົກ​ເກາະ Kuchinoerabu ແລະ ທາງ​ທິດ​ໃຕ້​ເກາະ Kyushu ຫນຶ່ງມື້.

ຕອບກັບ

ຂ່າວ/ບົດ​ອື່ນ