ຍີ່ປຸ່ນ-ອາເມລິກາ-ສເກົາຫຼີ ເຫັນດີຄວບຄຸມ ສປປ ເກົາຫຼີ ພັດທະນານິວເຄຼຍ ແລະ ລູກສອນໄຟ

ຍີ່ປຸ່ນ-ອາເມລິກາ-ສເກົາຫຼີ ເຫັນດີຄວບຄຸມ ສປປ ເກົາຫຼີ ພັດທະນານິວເຄຼຍ ແລະ ລູກສອນໄຟ - ảnh 1

ສປປເກົາຫລີຍິງທົດລອງລູກສອນໄຟ

(ພາບປະກອບ: hanoimoi.com.vn)

(vovworld)- ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີເຫັນ​ດີ​ຈະ​ຮ່ວມ​ມື​ໃນ​ການຄວບ​ຄຸມ ສປປ ​ເກົາຫຼີ  ພັດທະນາ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ ກໍ່​ຄື​ສະກັດ​ກັ້ນບັນ​ດາ​ການ​ກະທຳ​ທີ່​ເຮັດ​ໃຫ້ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ປິນຂັ້ນ​ໄດ. ນີ້​ແມ່ນ​ຖະ​ແຫຼງການ​ຮ່ວມ ​ໂດ​ຍລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ 3 ປະ​ເທດ​ຍົກ​ອອກ​ມາ​ເມື່​ອວັນ​ທີ 1/6 ​ໃນ​ຂອບ​ເຂດກອງ​ປະຊຸມ​ປ້ອງກັນ​ຄວາມ​ສະຫງົບ​ອາຊີ (ກອງ​ປະຊຸມ Shangri-La) ຄັ້ງທີ 12 ຢູ່​ສິງກະ​ໂປ. ​ໃນ​ຖະ​ແຫຼງການ​ຮ່ວມ, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ Chuck Hagel  ​ແລະ ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສ​ເກົາຫຼີ Kim Kwan Jin ​ໃຫ້​ຮູ້​ວ່າ: 3 ຝ່າຍ​ໄດ້​ແບ່ງປັນ​ທັດສະນະ​ທີ່​ວ່າ: ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ຂອງ ສປປ​ເກົາຫຼີ ​ເມື່ອ​ເດືອນ 12/2012 ​ແລະ ການ​ຍິງ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 3 ຂອງ​ພຽງ​ຢາງ ​ໃນ​ເດືອນ 2/2013 ຜ່ານ​ມາ ​ໄດ້​ກໍ່ “​ໄພ​ນາບ​ຂູ່​ທີ່​ຮ້າຍ​ແຮງ” ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ອາຊີ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ໂລກ. ລັດຖະມົ​ນຕີ 3 ທ່ານຮຽກຮ້ອງ​ໃຫ້ ສປປ​ເກົາຫຼີ ຈົ່ງ​ປະຕິບັດ​ບັນດາ​ຄວາມ​ຮັບຜິດຊອບ​ຕາມ​ບັນດາ​ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ ຄື: ການ​ປະລະ​ອາວຸດ​ນິວ​ເຄຼຍ ​ແລະ ບັນດາ​ໂຄງການ​ນິວ​ເຄຼຍປະຈຸ​ບັນ.

ຂ່າວ/ບົດ​ອື່ນ