ຍີ່ປຸ່ນຮັບຮອງເອົາສັນຍາປາຣີ

ຍີ່ປຸ່ນຮັບຮອງເອົາສັນຍາປາຣີ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ສ​ປ​ຊ Hiroshi Minami (ຊ້າຍ) ​ຢືນ​ເອ​ກະ​ສານ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ປາ​ຣີ ຢູ່ ສຳ​ນັກ​ງານ ສ​ປ​ຊ ທີ່ ນິວ​ຢອກ, ປະ​ເທດ ອາ​ເມ​ລິ​ກາ 
(ພາບ: Kyodo/TTXVN)

(vovworld) –  ​ວັນ​ທີ 8/11, ຍີ່​ປຸ່ນ​ໄດ້​ຮັບ​ຮອງ​ເອົາ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຂໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ແນ​ໃສ່​ສ້າງ​ຂອບ​ເຂດ​ສາ​ກົນ​ໃໝ່​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ເລື່ອງ​ປ່ອຍ​ອາຍ​ພິດ ກາກບອນ. ເອ​ກະ​ສານ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ແລະ ລັດ​ຖະ​ບານ ຍີ່​ປຸ່ນ ໄດ້​ຢຶນ​ສະ​ເໜີ​ຢູ່​ສຳ​ນັ​ກ​ງານ​ ສ​ປ​ຊ ທີ່​ນິວຢອກ. ກ່ອນ​ໜ້ານັ້ນ​, ສະ​ພາ​ຕ່ຳ ຍີ່​ປຸ່ນ ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ດັ່ງ​ກ່າວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຊີ້​ແຈ້ງວ່າ ຍີ່​ປຸ່ນ ຈະ​ສວມ​ບົດ​ບາດ​ນຳ​ໜ້າ​ໃນ​ບັນ​ດາ​ຄວາມ​ມະ​ນາ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປະ​ຕິ​ບັດ​ຄ​ວາມ​ຮັບ​ຜິດ​ຊອບ​ຫລຸດ​ຜ່ອນ​​ສະ​ພາບການ​ອູ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ​ຢ່າງ​ປອດ​ໄພ.


ຂ່າວ/ບົດ​ອື່ນ