ຍີ່ປຸ່ນແລະຈີນເຫັນດີເຫັນພ້ອມຊຸກຍູ້ການພົວພັນແລກປ່ຽນໃນຫຼາຍຂົງເຂດ

ຍີ່ປຸ່ນແລະຈີນເຫັນດີເຫັນພ້ອມຊຸກຍູ້ການພົວພັນແລກປ່ຽນໃນຫຼາຍຂົງເຂດ - ảnh 1
ຫົວ​ໜ້າ​ຫ້ອງວ່າ​ການ​ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ Yoshihide Suga (ຂວາ) ແລະ ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ  ຈີ໋​ບິ່ງ​ແຊວນ (ຊ້າຍ)
(ພາບ: Kyodo/TTXVN)

(vovworld) – ​ວັນ​ທີ 10/4, ຍີ່​ປຸ່ນ ແລະ ຈີນ ເຫັນ​ດີ​ເຫັນ​ພ້ອມ​ຊຸກ​ຍູ້​ການ​ພົວ​ພັ​ນ​ແລກ​ປ່ຽນ​ໃນຫຼາຍ​ຂົງ​ເຂດ​ໃນ​ສ​ະ​ພາບ​ບັນ​ດາ​ການ​ພົວ​ພັນ 2 ຝ່າຍ​ພວມ​ມີ​ສັນ​ຍານ​ປັບ​ປຸງ. ກ່​າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນ​ນັກ​ຂ່າວພາຍຫຼັງ​ກອງ​ປະ​ຊຸມ​ຢູ່​ ໂຕ​ກຽວ ກັບ​ຄະ​ນະ​ຜູ້​ແທນ ຈີນ ໂດຍ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ (ສະ​ພາ​ແຫ່ງ​ຊາດ) ຈີ໋​ບິ່ງ​ແຊວນ ເປັນ​ຫົວ​ໜ້າ​ຄະ​ນະ, ຫົວ​ໜ້າ​ຫ້ອງວ່າ​ການ​ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ Yoshihide Suga ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ແລກ​ປ່ຽນ​ຢ່າງ​ເໝາະ​ສົມ​ກັບ​ບັນ​ດາ​ການ​ພົວ​ພ​ັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດລະ​ຫວ່າງ 2 ປະ​ເທດ. ຫົວ​ໜ້າ​ຫ້ອງວ່າ​ການ​ຄະ​ນະ​ລັດ​ຖະ​ບານ​ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ຈີນ ຫວັງ​ວ່າ​ຊຸກ​ຍູ້​ແລກ​ປ່ຽນ 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ທ່ອງ​ທ່ຽວ ແລະ ພັວ​ພັນ​ແລກ​ປ່ຽນ​ຊາວ​ໜຸ່ມ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ