ຍ້ອງຍໍ ”ຊາວໜຸ່ມຕຳຫຼວດທີ່ດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່”

ຍ້ອງຍໍ ”ຊາວໜຸ່ມຕຳຫຼວດທີ່ດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່” - ảnh 1
ພິທີຍ້ອງຍໍ ”ຊາວ​ໜຸ່ມ​ຕຳຫຼວດ​ທີ່​ດີ​ເດັ່ນ​ໃນ​ການ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ”
(ພາບ: google.com.vn)

(vovworld) - ພິທີຍ້ອງຍໍ ”ຊາວ​ໜຸ່ມ​ຕຳຫຼວດ​ທີ່​ດີ​ເດັ່ນ​ໃນ​ການ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ”, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ (19/08/1945-19/08/2012)​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 17/8, ຢູ່ ຮ່າ​ໂນ້ຍ. ນັກຮົບ​ຕຳຫຼວດ 20 ຄົນ ​ທີ່ໄດ້​ຮັບ​ການ​ຍ້ອງຍໍ ​ແມ່ນ​ຜູ້​ທີ່​ດີ​ເດ່ັນ​ໃນ​ແນວ​ຮົບ​ບຸກ​ໂຈມ​ຕີ​ປາບ​ປາມ​ອາດ​ສະ​ຍາ​ກຳ, ​ໃນ​ການ​ຮຳ່ຮຽນ ​ແລະ ຄົ້ນ​ຄ້ວາ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ​ໃນ​ນັ້ນ​ມີ​ຊາວ​ໜຸ່ມ 11 ຄົນ​ມີຜົນງານ​ພິ​ເສດ​ໄດ້​ຮັບ​ຫຼຽນ​​ໄຊ​ວິລະ​ກຳ​ຊັ້ນ 2, ຊັ້ນ 3 ​ ​ແລະ ຫຼຽນ​ໄຊ​ພິລະ​ອາດ​ຫານຈາກ​ປະທານ​ປະ​ເທດ. ພິທີ​ຍ້ອງຍໍ​ແມ່ນ​ການ​ຮັບ​ຮູ້, ປຸກລະດົມ​ສະມາຊິກ​ຊາວ​ໜຸ່ມ​ຕຳຫຼວດ​ສືບ​ຕໍ່​ຫຼໍ່​ຫຼອມ​ສ້າງ​ວິລະ​ກຳ​ຕື່ມ​ອີກ, ອຸທິດ​ສ່ວນ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ສັງຄົມ, ປະກອບສ່ວນ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ຫວຽດນາມ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ