ຍ້ອງຍໍ, ສົ່ງເສີມການຮ່ຳຮຽນ,ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດເຂດດິນແດນແຫ່ງບັນພະບຸລຸດປີ 2018

(VOVWORLD) - ເຂົ້າຮ່ວມລາຍການມີທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ປະທານກິຕິມະສັກກອງທຶນສົ່ງເສີມການຮ່ຳຮຽນ...

ຍ້ອງຍໍ, ສົ່ງເສີມການຮ່ຳຮຽນ,ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດເຂດດິນແດນແຫ່ງບັນພະບຸລຸດປີ 2018	 - ảnh 1ບັນດາບຸກຄົນໄດ້ຮັບການຍ້ອງຍໍໃນປີ 2018 ນີ້

(ພາບ: giaoducthoidai.vn)

ຕອນຄ່ຳວັນທີ 30 ກັນຍາ, ແຂວງ ຝູເທາະ ໄດ້ຈັດຕັ້ງລາຍການ “ຈັບປີກແຫ່ງຄວາມໄຝ່ຝັນ - ຍ້ອງຍໍ, ສົ່ງເສີມການຮ່ຳຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດເຂດດິນແດນແຫ່ງບັນພະບຸລຸດ 2018”. ເຂົ້າຮ່ວມລາຍການມີທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ປະທານກິຕິມະສັກກອງທຶນສົ່ງເສີມການຮ່ຳຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດເຂດດິນແດນແຫ່ງບັນພະບຸລຸດ; ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ; ສະມາຄົມສົ່ງເສີມການຮ່ຳຮຽນ ຫວຽດນາມ; ການນຳແຂວງ ຝູເທາະ.

        ທີ່ລາຍການ, ມີນັກຮຽນທີ່ຍາດໄດ້ຄະແນນສູງສຸດໃນການເສັງ ແລະ ເສັງເຂົ້າມະຫາວິທະຍາໄລດ້ວຍຄະແນນສູງ (ແຕ່ 27 ຄະແນນຂຶ້ນໄປ), ນັກຮຽນ, ນັກສຶກສາຍາດໄດ້ລາງວັນກິລາລະດັບ ອາຊີ ແລະ ໂລກ 15 ຄົນ; ຄູອາຈານ, ຄູຝຶກທີ່ມີນັກຮຽນຍາດໄດ້ລາງວັນລະດັບຊາດ ແລະ ສາກົນ 47 ຄົນ; ນັກຮຽນ, ນັກສຶກສາທີ່ຍາດໄດ້ລາງວັນລະດັບຊາດໃນວິຊາຕ່າງໆ 86 ຄົນ… ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ມອບຈຳນວນເງິນ 200 ລ້ານດົ່ງໃຫ້ບັນດານັກຮຽນທີ່ຜ່ານຜ່າຄວາມທຸກຍາກຂອງແຂວງ ຝູເທາະ.

ຕອບກັບ

ຂ່າວ/ບົດ​ອື່ນ