ຍານ​ອາ​ວະ​ກາດໂດຍ​ສານເສດ​ຖີ ອັງ​ກິດ Richard Branson ບິນ​ຂຶ້ນ​ວົງ​ໂຄ​ຈອນ

(VOVWORLD) -ຍານອາວະກກາດ VSS Unity ໄດ້ໂດຍສານ ເສດຖີ Branson ພ້ອມດ້ວຍນັກບິນ 3 ທ່ານ ແລະ ຜູ້ໂດຍສານຕື່ມອີກ 3 ທ່ານ ອອກເດີນທາງຈາກ ລັດ New Mexico (ອາເມລິກາ) ໃນວັນທີ 10 ກໍລະກົດ ດ້ວຍຈຸດປະສົງແມ່ນຂຶ້ນສູ່ວົງໂຄຈອນ. 
ຍານ​ອາ​ວະ​ກາດໂດຍ​ສານເສດ​ຖີ ອັງ​ກິດ Richard Branson ບິນ​ຂຶ້ນ​ວົງ​ໂຄ​ຈອນ - ảnh 1ຍານອາວະກາດ  VSS Unity ຂຶ້ນສູ່ວົງໂຄຈອນ (ພາບ: Reuters)

ບໍລິສັດ Virgin Galactic ຢັ້ງຢືນວ່າ ວັນທີ 11 ກໍລະກົດ, ຍານອາວະກາດ  VSS Unity ໂດຍສານທ່ານ Richard Branson ເສດຖີອັງກິດ ໄດ້ຂຶ້ນສູ່ວົງໂຄຈອນ. ຕາມນັ້ນແລ້ວ, ຍານອາວະກກາດ VSS Unity ໄດ້ໂດຍສານ ເສດຖີ Branson ພ້ອມດ້ວຍນັກບິນ 3 ທ່ານ ແລະ ຜູ້ໂດຍສານຕື່ມອີກ 3 ທ່ານ ອອກເດີນທາງຈາກ ລັດ New Mexico (ອາເມລິກາ) ໃນວັນທີ 10 ກໍລະກົດ ດ້ວຍຈຸດປະສົງແມ່ນຂຶ້ນສູ່ວົງໂຄຈອນ. ການເດີນທາງຄັ້ງນີ້ ໄດ້ຮັບຄວາມຫວັງວ່າ ຈະເປີດທາງໃຫ້ແກ່ການພັດທະນາຂອງຂະແໜງທ່ອງທ່ຽວໂລກຈັກກະວານ.

ຕອບກັບ

ຂ່າວ/ບົດ​ອື່ນ