ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຕ້ອນຮັບທ່ານ Herman Van Rompuy ປະທານສະພາເອີລົບ
ພາບ:cpv.org.vn
|
(vovworld) - ທີ່ການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ Herman Van Rompuy ປະທານສະພາເອີລົບ ໃນຕອນເຊົ້າວັນທີ 1/11 ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຕີລາຄາສູງບົດບາດ ແລະ ທີ່ຕັ້ງໃນເວທີສາກົນຂອງສະຫະພາບເອີລົບ (EU) ແລະ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍຖື EU ແມ່ນຄູ່ຮ່ວມມືບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດ ແລະ ປາດຖະຫນາ ຢາກສ້າງສາຍພົວພັນຄູ່ຮ່ວມມືຢ່າງສະເຫມີພາບ, ການຮ່ວມມືຮອບດ້ານ ແລະ ຍາວນານ ກັບ EU ເພື່ອສັນຕິພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຕີລາຄາສູງຕໍ່ເລື່ອງສອງຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ຢ່າງເປັນທາງການ ແລະ ເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA) ແລະ ຢືນຢັນວ່າ: ເອກະສານສະບັບນີ້ຈະສ້າງພື້ນຖານດ້ານກົດໝາຍທີ່ສຳຄັນໃຫ້ແກ່ການເປີດກວ້າງ ແລະ ເພີ່ມພູນຄູນສ້າງການພົວພັນສອງຝ່າຍ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ປາດຖະຫນາວ່າ ທ່ານປະທານສະພາ EU ມີຄວາມເອົາໃຈໃສ່, ສະຫນັບສະຫນູນຕໍ່ການຍຸູ້ແຮງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ (EP). ສ່ວນທ່ານປະທານສະພາເອີລົບ Herman Van Rompuy ຢືນຢັນວ່າ: EU ຕີລາຄາສູງບົດບາດຂອງ ຫວຽດນາມ ໃນກຸ່ມອາຊຽນ ແລະ ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ EU. EU ແລະ EP ຕີລາຄາສູງການຈັດຕັ້ງວາລະອະພິປາຍຂອງລັດຖະບານທ່ີການເຮັດວຽກຄັ້ງຕ່າງໆຂອງສະພາແຫ່ງຊາດ ຫວຽດນາມ ແລະ ຖືວ່າ ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ການປ່ຽນໃຫມ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ.