ຍູ້ແຮງການນຳໃຊ້ວິທະຍາສາດ ເຕັກໂນໂລຊີເພື່ອຫັນຂະແໜງ ຂຸດຄົ້ນແຮ່ທາດເປັນທັນສະໄໝ

ຍູ້ແຮງການນຳໃຊ້ວິທະຍາສາດ ເຕັກໂນໂລຊີເພື່ອຫັນຂະແໜງ ຂຸດຄົ້ນແຮ່ທາດເປັນທັນສະໄໝ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ
​ສະຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ບໍ່​ແຮ່
(ພາບ: chinhphu.vn)


(vovworld) -     ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (24/10/1972 – 24/10/2012) ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ຂອງ​ສະຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ບໍ່​ແຮ່ (Vinacomin) ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/10 ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີຜ່ານມາ, ສະ​ຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລຊີ​ບໍ່​ແຮ່ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ຫົວ​ຂໍ້ຄົ້ນຄວ້າ​ຂອງ​​ໂຄງການວິທະຍາສາດ​ເຕັກ​ໂນ​ໂລ​ຊີຈຸດ​ສຸມທຸກ​ຂັ້ນ​​ສຳ​ເລັດຜົນ ​ໄດ້​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ​ໃນ​ການຍົກ​ສູງ​ລະ​ດັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຂະ​ແໜງ​ຂຸດ​ຄົ້ນ​ຖ່ານ​ຫີນ ​ແລະ ​ແຮ່​ທາດ​ຫວຽດນາມ. ​ເພື່ອ​ຮັບປະກັນ​ປະລິມານ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ໄດ້ 77 ​ໂຕນ​ໃນ​ປີ 2030 ຕາມ​ແຜນກຳນົດ​ກ່ຽວ​ກັບການ​ພັດທະນາ​​ຂະ​ແໜງ​ຖ່ານ​ຫີນ​ຫວຽດນາມ ​ເຊິ່ງລັດຖະບານ​​ໄດ້ອະນຸ​ມັດ​ຜ່ານ​ແລ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້ Vinacomin ​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ຊັບພະກອນ​ແຮ່​ທາດ​ຢ່າງ​ເໝາະ​ສົມຄື: ທອງ, ​ໂບສິດ​ເຫຼັກ, ຊືນ ​ແລະ ​ໂລຫະ​ທີ່​ຫາ​ຍາກ; ສຸມ​ໃສ່​ຄົ້ນຄວ້າ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ ​ແລະ ພັດທະນາ​ການ​ຫັນ​ຂະ​ແໜງຂຸດ​ຄົ້ນ​ແຮ່​ທາດ​ເປັນ​ທັນ​ສະ​ໄໝ; ຍົກ​ສູງ​ປະສິດທິພາບ​ຄຽງຄູ່​ກັບ​ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຕິດ​ພັນ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເອົາ​ໃຈ​ໃສ່​ວ່າ ຂະ​ແໜງ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໃຫ້​ຄຳປຶກສາ​​ໃນການ​ອອກ​ແບບ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ວິທະຍາສາດ​ເວົ້າ​ລວມ ​ແລະ ​ໃນ​ການ​ຜະລິດ​ບັນດາ​ຜະລິດ​ຕະພັນ​ກົນ​ຈັກຮັບ​ໃຊ້​ໃຫ້​ແກ່​ຂະ​ແໜງ​ຖ່ານ​ຫີນ - ​ແຮ່​ທາດ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ