ຍູ້ແຮງການປະຕິບັດການປ່ຽນແປງໃໝ່ຫຼັກສູດປື້ມຕຳລາສຶກສາລະດັບສາມັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫາກໍ່ອອກຄຳສັ່ງກ່ຽວກັບການຍູ້ແຮງການປະຕິບັດການປ່ຽນແປງໃໝ່ຫຼັກສູດປື້ມຕຳລາສຶກສາລະດັບສາມັນ.

ຄຳສັ່ງຊີ້ແຈ້ງວ່າ: ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ບັນດາທ້ອງຖິ່ນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສ້າງສຳເລັດຫຼັກສູດການສຶກສາລະດັບສາມັນໂດຍສັງລວມ, ຜັນຂະຫຍາຍບັນດາຫຼັກສູດວິຊາຮຽນ, ການເຄື່ອນໄຫວການສຶກສາ ແລະ ກວດກາຄືນພື້ນຖານດ້ານວັດຖຸ, ຖັນແຖວຄູ, ອາຈານ; ປັບປຸງແຜນການປະຕິບັດການປ່ຽນແປງໃໝ່ຫຼັກສູດປື້ມຕຳລາສຶກສາລະດັບສາມັນຕາມບັນດາມະຕິຂອງສະພາແຫ່ງຊາດ. ພ້ອມທັງ, ສ້າງວິຊາຊີບຄູ ແລະ ຜູ້ອຳນວຍການໂຮງຮຽນສາມັນຕາມມາດຕະຖານ; ກວດກາຕີລາຄາຄືນກຳລັງຄວາມສາມາດຂອງຄູ ແລະ ພະນັກງານຄຸ້ມຄອງການສຶກສາຕາມມາດຕະຖານ. ສືບຕໍ່ຍູ້ແຮງວຽກງານໂຄສະນາຢ່າງກວ້າງຂວາງໃນທົ່ວສັງຄົມກ່ຽວກັບເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ເນື້ອໃນ, ໜ້າທີ່, ມາດຕະການແກ້ໄຂ, ທິດທາງ, ແຜນການເພື່ອປະຕິບັດການປ່ຽນແປງໃໝ່ການປ່ຽນແປງໃໝ່ຫຼັກສູດປື້ມຕຳລາສຶກສາລະດັບສາມັນ.

ຕອບກັບ

ຂ່າວ/ບົດ​ອື່ນ