ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ເລິກເຊິ່ງກວ່າ

ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ເລິກເຊິ່ງກວ່າ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ແລະ
​ທ່ານ​ນາງປະທານາທິບໍດີ​ສ.​ເກົາຫຼີ Park Geun hye
(ພາບປະກອບ)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ ສ.​ເກົາຫຼີ ​ແຕ່​ວັນ​ທີ 01 – 04/10.

        ພາຍ​ຫຼັ​ງ 22 ປີ ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເທື່ອ​ປີ 1992 ​ແລະ ພິ​ເສດ ພາຍຫຼັງ 5 ປີ​, ນັບ​ແຕ່​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​, ຮ່ວມ​ມືຍຸດ​ທະ​ສາດ” ​ໃນ​ປີ 2009, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ. ຮອບດ້ານ ​ແລະ ນັບ​ມື້​ນັບ​ກ້າວເຂົ້າ​ສູ່​ລວງ​ເລິກ.

        ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ປະ​ເທດ​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​​ເປັນ​ປະຈຳ.

        ກ່ຽວ​ກັບ​ດ້ານ​ເສດຖະກິດ, ສ.​ເກົາຫຼີ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ພາຍ​ຫຼັງຍົກ​ລະດັບການ​ພົວພັນ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ຮອບດ້ານ.

        ກ່ຽວ​ກັບ​ດ້ານ​ວັດທະນະທຳ - ການ​ສຶກສາ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ວັດທະນະທຳ, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມມື​ທາງ​ດ້ານວັດທະນະທຳ​ສິລະ​ປະ, ກິລາ ​ແລະ ທ່ອງ​ທ່ຽວ ພ້ອມ​ກັບ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ການ​ສຶກສາ, ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ.

        ການ​ຢ້ຽມຢາມ​ສ.​ເກົາຫຼີ ຂອງ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເພື່ອ​ແນ​ໃສ່​ຍູ້​​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​, ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ເລິກ​ເຊິ່ງກວ່າອີກ ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ພ້ອມ​ທັງ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ.

ຂ່າວ/ບົດ​ອື່ນ