ຍູ້ແຮງການເຄື່ອນໄຫວຫັນໂທລະຄົມເຂດອາຊີ-ປາຊີຟິກເປັນມາດຖານ

ຍູ້ແຮງການເຄື່ອນໄຫວຫັນໂທລະຄົມເຂດອາຊີ-ປາຊີຟິກເປັນມາດຖານ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 23/8, ຢູ່​ນະຄອນ ດ່າ​ນັ​້ງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ສະຫະພັນ​ໂທລະ​ຄົມ​ສາກ​ົນ (ITU) ​ແລະ ສະຫະພັນ​ໂທລະ​ຄົມ ອາຊີ - ປາຊີ​ຟິກ (APT) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມຄັ້ງ​ທີ 4 ຂອງ APT ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຫັນ​ໂທລະ​ຄົມ​ໂລກເປັນ​ມາດຖານ​ຈະ​ມາ​ເຖິງ ​ແລະ ກອງ​ປະຊຸມຫັນ​​ໂທລະ​ຄົມ ​ເຂດ ອາຊີ - ປາຊີ​ຟິກ ເປັນ​ມາດຖານ. ​ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ທ້າຍ​ຂອງ​ເຂດ​ເພື່ອ​ປຶກສາ​ຫາລື ​ແລະ ຕັດສິນ​ບັນດາ​ຂໍ້​ສະ​ເໜີ​ລວມຂອງ​ພາກ​ພື້ນ APT ​​ໃຫ້​ແກ່​ກອງ​ປະຊຸມ​ຫັນ​​​ໂທລະ​ຄົມ​ໂລກ WTSA -16 ເປັນ​ມາດຖານ. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ​ທີ່​ເປັນ​ມູນ​ເຊື້ອ​ສ້າງ​ບັນດາ​ຂໍ​້ສະ​ເໜີ, ປະ​ກອບສ່ວນ, ມີ​ຫົວຄິດ​ປະດິ​ດສ້າງ​ໃໝ່​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຫັນ​ບັນດາ​ບັນຫາ​ດ້ານ​ເຕັກນິກ, ການ​ຄຸ້ມ​ຄອງເປັນ​ມາດຖານ​ມີ​ລັກສະນະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ ​ແລະ ​ປອງ​ດອງ​… ຊຸກຍູ້​ການ​ເຄື່ອນ​ໄຫວ​ຫັນ​​​ໂທລະ​ຄົມ​ຂອງ​ພາກ​ພື້ນ​ໃນ​ອະນາຄົດເປັນ​ມາດຖານ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຫງວຽນ​ຮົ່ງມີງ, ​ໄດ້​ຢັ້ງຢືນ​ວ່າ:

        “ວຽກ​ງານ​ຫັນ​ເປັນ​ມາດຖານ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ແມ່ນ​ສຳຄັນ​ທີ່​ສຸດ, ຍ້ອນບໍ່​ມີມາດຖານ, ບໍ່​ມີ​ຂໍ້​ກຳນົດ​ລວມ ບັນດາ​ວັດ​ຖຸອຸປະກອນ ​ແລະ ບັນດາ​ເຄືອ​ຂ່າຍ​ຍາກ​ທີ່​ສາມາດ​ເຊື່ອມ​ຕໍ່​ເພື່ອ​ສາມາດ​ຕິດ​ຕໍ່​ພົວພັນ​ນຳ​ກັນ. ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຫຼາຍ​ກຸ່ມ​ປະຕິບັດ​ງານ​ຕາມ​ຫົວ​ເລື່ອງ​ສະ​ເພາະທີ່​ແຕກ​ຕ່າງກັນ, ນັບທັງ​ສື່ສານ​ໂທລະ​ເລກ, ອຸປະກອນ, ມາດຖານ​ເຄືອ​ຂ່າ​ຍ​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື​ມີ​ລັກສະນະ​ປະກອບສ່ວນ​ລວມຂອງ​ກຸ່ມ​ຢູ່​ບັນດາ​ປະ​ເທດ ອາຊີ - ປາຊີ​ຟິກ.”


ຂ່າວ/ບົດ​ອື່ນ