ດຶງດູດບັນດານັກລົງທຶນຈາກຕ່າງປະເທດມາລົງທຶນຢູ່ບັນດາແຂວງພາກກາງ - ໄຕງວຽນ

(VOVWORLD) - ດຶງດູດບັນດານັກລົງທຶນຈາກຕ່າງປະເທດມາລົງທຶນຢູ່ບັນດາແຂວງພາກກາງ - ໄຕງວຽນ - ນີ້ແມ່ນຈຸດປະສົງໃນການພົບປະບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ກັບການນຳບັນດາແຂວງພາກກາງ - ໄຕງວຽນ, ດຳເນີນໃນວັນທີ 9 ມິຖຸນາ, ຢູ່ແຂວງ ດັກນົງ.
 
ດຶງດູດບັນດານັກລົງທຶນຈາກຕ່າງປະເທດມາລົງທຶນຢູ່ບັນດາແຂວງພາກກາງ - ໄຕງວຽນ - ảnh 1ການພົບປະກັບເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຢູ່ ດັກນົງ 

ເຂົ້າຮ່ວມການພົບປະມີເອກອັກຄະລັດຖະທູດ 24 ທ່ານ, ຫົວໜ້າສະຖານກົງສູນໃຫຍ່ 11 ທ່ານອາຍຸການ 2017 -2020 ຂອງ ຫວຽດນາມ ຢູ່ຕ່າງປະເທດ, ການນຳຄະນະຊີ້ນຳໄຕງວຽນ ແລະ ການນຳບັນດາແຂວງພາກກາງ ແລະ ໄຕງວຽນ.

        ທີ່ການເຮັດວຽກ, ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ໄດ້ຕີລາຄາບັນດາແຂວງພາກກາງ - ໄຕງວຽນ ດ້ວຍທ່າແຮງດ້ານພູມສາດ, ທີ່ດິນ, ດິນຟ້າອາກາດຈະແມ່ນຈຸດນັດພົບທີ່ດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາແຂວງຄວນເປັນເຈົ້າການສົ່ງຂ່າວໃຫ້ບັນດາອົງການຜູ້ຕາງໜ້າ ຂອງ ຫວຽດນາມ ຢູ່ຕ່າງປະເທດ ເພື່ອເຊື່ອມຕໍ່ກັບບັນດາອົງການ, ວິສາຫະກິດປະເທດປະຈຳຖິ່ນ ແນໃສ່ຮຽກຮ້ອງການລົງທຶນ, ຮ່ວມມືພັດທະນາ.

        ການນຳບັນດາແຂວງໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂດີທີ່ສຸດໃຫ້ບັນດານັກລົງທຶນມາດຳເນີນທຸລະກິດ, ຮ່ວມມືລົງທຶນໃນບໍລິເວນແຂວງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ. ຄຽງຄູ່ກັນນັ້ນ, ບັນດາແຂວງ ຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເອົາໃຈໃສ່ຂົນຂວາຍແຫຼ່ງທຶນ ODA ຂອງລັດຖະບານຕ່າງປະເທດ. ນອກນັ້ນ, ບັນດາອົງການການທູດກໍ່ໜູນຊ່ວຍດ້ານຂໍ້ມູນຂ່າວສານ ກ່ຽວກັບບັນດາໂຄງການຮຽກຮ້ອງການລົງທຶນຂອງທ້ອງຖິ່ນເຖິງບັນດາຄູ່ຮ່ວມມືຕ່າງປະເທດເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ