ດຶງດູດແຫຼ່ງກໍາລັງພາຍໃນ ແລະ ສາກົນ ໃຫ້ແກ່ການ start up ຢູ່ຫວຽດນາມ

(VOVWORLD) -ການເຄື່ອນໄຫວລົງທຶນ start up ຢ່າງປະດິດຄິດສ້າງຢູ່ ຫວຽດນາມ ໃນໄລຍະຜ່ານມາ ໄດ້ຮັບການຕີລາຄາ ແມ່ນມີການເຕີບໂຕສູງ ແລະ ນັບມື້ນັບເປັນລະບົບກວ່າ. ນີ້ແມ່ນຂໍ້ສັງເກດ ທີ່ໄດ້ຍົກອອກມາທີ່ກອງປະຊຸມສໍາມະນາ “ປຶກສາຫາລື ກ່ຽວກັບມາດຕະການດຶງດູດແຫຼ່ງກໍາລັງພາຍໃນ ແລະ ສາກົນ ສໍາລັບການ start up ຢ່າງປະດິດຄິດສ້າງ ຢູ່ຫວຽດນາມ”  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ. 

ດຶງດູດແຫຼ່ງກໍາລັງພາຍໃນ ແລະ ສາກົນ ໃຫ້ແກ່ການ start up ຢູ່ຫວຽດນາມ - ảnh 1 ກອງປະຊຸມສໍາມະນາ “ປຶກສາຫາລື ກ່ຽວກັບມາດຕະການດຶງດູດແຫຼ່ງກໍາລັງພາຍໃນ ແລະ ສາກົນ ສໍາລັບການ start up ຢ່າງປະດິດຄິດສ້າງ ຢູ່ຫວຽດນາມ” 

(ພາບ: dancongsan.vn)

ໄລ່ຮອດປັດຈຸບັນ, ຫວຽດນາມມີວິສາຫະກິດ start up ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ ປະມານ 3.000 ແຫ່ງ, ເພີ່ມຂຶ້ນທົບສອງເທົ່າ ເມື່ອທຽບໃສ່ການຄາດຄະເນເມື່ອທ້າຍປີ 2015. ບໍ່ພຽງແຕ່ເພີ່ມປະລິມານເທົ່ານັ້ນ, ຫາກຄຸນນະພາບຂອງບັນດາວິສາຫະກິດ start up ນັ້ນ ກໍນັບມື້ນັບໄດ້ຮັບການຍົກສູງຂຶ້ນ,  ເຊິ່ງໄດ້ສະແດງໃຫ້ເຫັນຜ່ານຈໍານວນນັກລົງທຶນມາລົງທຶນ. ທ່ານ ຟ້າມຮົ່ງກັວດ, ຫົວໜ້າ ກົມພັດທະນາການຕະຫຼາດ ແລະ ວິສາຫະກິດວິທະຍາສາດເຕັກໂນໂລຢີ, ໃຫ້ຮູ້ວ່າ:

        “ຄວາມກ້າວໜ້າໃຫຍ່ທີ່ສຸດ ແມ່ນ ກົດໝາຍໜູນຊ່ວຍວິສາຫະກິດຂະໜາດໜ້ອຍ ແລະ ຂະໜາດກາງ. ນັ້ນແມ່ນຄວາມຕັດສິນໃຈສູງຂອງລັດຖະບານ ເຊິ່ງສະພາແຫ່ງຊາດໄດ້ອະນຸມັດຜ່ານ. ຫຼັງຈາກນັ້ນ, ເດືອນ ມີນາ 2018 ລັດຖະບານໄດ້ປະກາດໃຊ້ດໍາລັດ ສະບັບເລກທີ 38 ແນະນໍາກ່ຽວກັບການສ້າງຕັ້ງ ແລະເຄື່ອນໄຫວຂອງບັນດາກອງທຶນລົງທຶນເຂົ້າຫວຽດນາມ. ໃນນັ້ນບັນດາກອງທຶນຂອງຕ່າງປະເທດ ທີ່ສະໜອງທຶນຮອນໃຫ້ວິສາຫະກິດໄລຍະທໍາອິດເຂົ້າມາລົງທຶນຢູ່ຫວຽດນາມໃນປັດຈຸບັນ ແມ່ນມີຄວາມສະດວກພໍສົມຄວນ ແລະ ລະບຽບການກໍງ່າຍກວ່າຫຼາຍ. ໄປຄຽງຄູ່ກັນນັ້ນ, ບັນດາກຸ່ມບໍລິສັດ, ວິສາຫະກິດພາຍໃນ ກໍສາມາດສ້າງຕັ້ງບັນດາກອງທຶນ ວິທະຍາສາດການລົງທຶນ ໃຫ້ແກ່ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ”.

        ທີ່ກອງປະຊຸມ, ບັນດານັກຊ່ຽວຊານ ກໍໄດ້ເນັ້ນໜັກເຖິງເລື່ອງດຶງດູດແຫຼ່ງເງິນລົງທຶນ ໃຫ້ແກ່ການເຄື່ອນໄຫວ start up ຢູ່ຫວຽດນາມນັ້ນ ແມ່ນຕ້ອງເອົາໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງລະບົບ start up ພາຍໃນ ກັບ ສາກົນ. ຫ້ອງການ ແຜນຮ່າງໜູນຊ່ວຍລະບົບຊີວະພາບ start up ປ່ຽນແປງໃໝ່ຢ່າງປະດິດຄິດສ້າງແຫ່ງຊາດ (ແຜນຮ່າງ 844) ໃຫ້ຮູ້ວ່າ ຈະເປີດກວ້າງການເຊື່ອມຕໍ່ລະຫວ່າງບັນດາເຂດ, ພາກ, ປະເທດ ກັບ ສາກົນ ເພື່ອດຶງດູດແຫຼ່ງກໍາລັງ ແລະ ຊັບພະຍາກອນມະນຸດ start up ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ ເຂົ້າມາຫວຽດນາມ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ສ້າງນະໂຍບາຍອອກວິຊາ ໃຫ້ຊາວຕ່າງປະເທດເຂົ້າມາຫວຽດນາມ ເພື່ອ start up ກໍຄື ລົງທຶນ ແລະ ຊອກຫາກາລະໂອກາດໃນການລົງທຶນໃຫ້ແກ່ການ start up ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ