ດຶງ​ດູດ​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ໂຄງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) -ໂຄງການ CoRe ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງຮຽກຮ້ອງ ແລະ ເພີ່ມທະວີການເຂົ້າຮ່ວມ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາຝ່າຍຢູ່ນະຄອນ ເກີ່ນເທີ, ພິເສດແມ່ນຊາວໜຸ່ມ ແລະ ການນຳໜຸ່ມ, ເພື່ອເພີ່ມທະວີກຳລັງຄວາມສາມາດຕ້ານທານຂອງຊຸມຊົນ ເມື່ອຖືກຜົນກະທົບບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ; ຍົກສູງບົດບາດຂອງຊາວໜຸ່ມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນການໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຄວາມຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກວ່າ
ດຶງ​ດູດ​ໄວ​ໜຸ່ມ​ເຂົ້າ​ຮ່ວມ​ໂຄງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1(ພາບປະກອບ: ໂຄງການ CoRe)

ຫວ່າງມໍ່ໆມານີ້, ໂຄງການ “ຍົກສູງກຳລັງຄວາມສາມາດຮັບມື ແລະ ຕ້ານທານຂອງຊຸມຊົນພາຍໃຕ້ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ” ຫຼືເອີ້ນຫຍໍ້ວ່າ CoRe ໄດ້ເລີ່ມເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ. ໂຄງການ CoRe ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຈຸດປະສົງຮຽກຮ້ອງ ແລະ ເພີ່ມທະວີການເຂົ້າຮ່ວມ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາຝ່າຍຢູ່ນະຄອນ ເກີ່ນເທີ, ພິເສດແມ່ນຊາວໜຸ່ມ ແລະ ການນຳໜຸ່ມ, ເພື່ອເພີ່ມທະວີກຳລັງຄວາມສາມາດຕ້ານທານຂອງຊຸມຊົນ ເມື່ອຖືກຜົນກະທົບບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ; ຍົກສູງບົດບາດຂອງຊາວໜຸ່ມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນການໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຄວາມຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກວ່າ. CoRe ໄດ້ຮັບການອຸປະຖຳຈາກສະຖານທູດ ອັງກິດ ແລະ ສະຖານທູດ ເດນມາກ. ປັດຈຸບັນ, CoRe ພວມຄັດເລືອກຊາວໜຸ່ມ ແລະ ການນຳໜຸ່ມເຂົ້າຮ່ວມໂຄງການນີ້.

        ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ  ແມ່ນໜຶ່ງໃນ 03 ເຂດທົ່ງພຽງໃຫຍ່ທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ຄວາມສ່ຽງກ່ຽວກັບແຫຼ່ງນ້ຳ ຄື ນ້ຳທະເລຍຶງຂຶ້ນ ພາໃຫ້ເກີດສະພາບນ້ຳທະເລຊຶມ, ຂາດເຂີນນ້ຳຈືດ, ອັນໄດ້ເຮັດໃຫ້ເກີດໄພແຫ້ງແລ້ງ, ອຸນຫະພຸມເພີ່ມຂຶ້ນ ແລະ ເກີດພາຍຸເຂດຮ້ອນໃນແຕ່ລະປີ. ຜ່ານການຄົ້ນຄວ້າຕ່າງໆຫວ່ງມໍ່ໆມານີ້ ໄດ້ຊີ້ໃຫ້ເຫັນຄວາມສ່ຽງຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ, ເພາະສະນັ້ນ ບັນດາມາດຕະການໜູນຊ່ວຍປະຊາຄົມຮັບມື ແລະ ກຳລັງຕ້ານທານຕໍ່ການປ່ຽນແປງຂອງດິນຟ້າອາກາດແມ່ນຈຳເປັນທີ່ສຸດ.

ແອັງຮວ່ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ