ດິນຟ້າອາກາດປ່ຽນແປງໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ການເຄື່ອນໄຫວຂອງວິສາຫະກິດ

(VOVWORLD) - ບົດລາຍງານຍັງສະແດງໃຫ້ເຫັນ ການປ່ຽນແປງຂອງດິນຟ້າອາກາດມີຜົນກະທົບຫຍໍ້ທໍ້ ເຖິງຫລາຍດ້ານໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ.
ດິນຟ້າອາກາດປ່ຽນແປງໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ການເຄື່ອນໄຫວຂອງວິສາຫະກິດ - ảnh 1 ລາຍການປະກາດບົດລາຍງານຕີລາຄາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ວິສາຫະກິດ ຫວຽດນາມ. (ພາບ: M.P/dangcongsan.vn)

  ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ກອງທຶນ ອາຊີ ປະຈຳ ຫວຽດນາມ ໄດ້ຈັດຕັ້ງລາຍການປະກາດບົດລາຍງານຕີລາຄາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ວິສາຫະກິດ ຫວຽດນາມ ດ້ວຍຫົວຂໍ້ວ່າ “ປັບຕົວໃຫ້ແທດເໝາະເພື່ອປະສົບຜົນສຳເລັດ: ຕີລາຄາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດສຳລັບວິສາຫະກິດ ຫວຽດນາມ”.

        ບົດລາຍງານໄດ້ລວບລວມເອົາຄຳເຫັນຂອງວິສາຫະກິດ 10.400 ແຫ່ງໃນທົ່ວປະເທດກ່ຽວກັບຜົນກະທົບຄວາມສ່ຽງຈາກໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ນີ້ໄດ້ຮັບຖືວ່າ ແມ່ນການສຳຫລວດວິສາຫະກິດທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນກ່ຽວກັບຫົວຂໍ້ດັ່ງກ່າວ. ບົດລາຍງານຍັງສະແດງໃຫ້ເຫັນ ການປ່ຽນແປງຂອງດິນຟ້າອາກາດມີຜົນກະທົບຫຍໍ້ທໍ້ ເຖິງຫລາຍດ້ານໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ