ດ່ານັ້ງ, ແຄງຮ່ວາ ຕ້ອນຮັບແຂກທ່ອງທ່ຽວນັບແສນເທື່ອຄົນໃນໂອກາດບຸນເຕັດປີມະໂລງ 2024

(VOVWORLD) - ແຂວງ ແຄງຮ່ວາ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 630.000 ເທື່ອຄົນ, ລາຍຮັບຄາດວ່າບັນລຸເກືອບ 880 ຕື້ດົ່ງ
ດ່ານັ້ງ, ແຄງຮ່ວາ ຕ້ອນຮັບແຂກທ່ອງທ່ຽວນັບແສນເທື່ອຄົນໃນໂອກາດບຸນເຕັດປີມະໂລງ 2024 - ảnh 1(ແຂກທ່ອງທ່ຽວມາຢ້ຽມຢາມແຂວງ ແຄງຮ່ວາ)

        ຕາມແຫຼ່ງຂ່າວຈາກພະແນກທ່ອງທ່ຽວແຂວງ ແຄງຮ່ວາ ແລ້ວ, ໄລ່ຮອດວັນທີ 13 ກຸມພາ (ກົງກັບວັນທີ 4 ບຸນເຕັດປີມະໂລງ 2024), ແຂວງໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 630.000 ເທື່ອຄົນ, ລາຍຮັບຄາດວ່າບັນລຸເກືອບ 880 ຕື້ດົ່ງ (36 ລ້ານ USD), ເພີ່ມຂຶ້ນ 35% ເມື່ອທຽບໃສ່ບຸນເຕັດປີ 2023.

        ບັນດາສະຖານທີ່ທ່ອງທ່ຽວມີຊື່ສຽງໃນແຂວງລ້ວນແຕ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດບຸນເຕັດ. ນອກນັ້ນ, ປີນີ້, ນະຄອນ ຍາຈາງ ຍັງໄດ້ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງ (1924 – 2024), ສະນັ້ນໃນໂອກາດບຸນເຕັດປີມະໂລງນີ້, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ສຸມໃສ່ແນະນຳບັນດາພາບຖ່າຍ, ທິວທັດທຳມະຊາດໃນເມື່ອກ່ອນຂອງເຂດດິນແດນແຫ່ງນີ້. ທ່ານນາງ ຫງວຽນທິເລ້ແທັງ, ຫົວໜ້າພະແນກທ່ອງທ່ຽວແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:

        “ພະແນກທ່ອງທ່ຽວ ໄດ້ແນະນຳໃຫ້ບັນດາວິສາຫະກິດຮັບປະກັນຫຼັກອະນາໄມ, ສິ່ງແວດລ້ອມ, ການບໍລິການ, ຕິດປະກາດລາຄາເຄື່ອງຂາຍ. ປີໃໝ່, ມີຫຼາຍເຫດການຂອງແຂວງ, ຂອງວິສາຫະກິດກ່ຽວກັບການຫັນເປັນດີຈີຕອນ ໂດຍຜ່ານການນຳໃຊ້ສື່ສັງຄົມອອນລາຍເພື່ອໂຄສະນາ ໄດ້ສ້າງຄວາມເປັນຫຼາຍຮູບຫຼາຍແບບເຖິງປະຊາຊົນ ແລະ ແຂກທ່ອງທ່ຽວເປັນຢ່າງດີກວ່າ”.

        ສ່ວນຢູ່ນະຄອນດ່ານັ້ງ, ວັນທີ 13 ກຸພາ, ພະແນກທ່ອງທ່ຽວແຂວງ ດ່ານັ້ງ, ໃຫ້ຮູ້ວ່າ, ໃນໂອກາດບຸນເຕັດປີມະໂລງ 2024 ນີ້, ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 400.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 37% ເມື່ອທຽບໃສ່ບຸນເຕັດປີ 2023, ໃນນັ້ນຈຳນວນແຂກທ່ອງທ່ຽວສາກົນບັນລຸເກືອບ 177.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ