ດ່ານັ້ງສືບຕໍ່ນຳໜ້າຕາຕະລາງຈັດອັນດັບດັດຊະນີຄວາມສາມາດແກ່ງແຍ້ງ ຂັ້ນແຂວງ

 ດ່ານັ້ງສືບຕໍ່ນຳໜ້າຕາຕະລາງຈັດອັນດັບດັດຊະນີຄວາມສາມາດແກ່ງແຍ້ງ ຂັ້ນແຂວງ - ảnh 1
(ພາບ​ປະ​ກອບ: baodautu)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/3, ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ​ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ອົງການ​ພັດທະ​ນາສາ​ກົນ ອາ​ເມ​ລິ​ກາ (USAID) ຈັດ​ພິທີ​ປະກາດ​ບົດ​ລາຍ​ງານ ດັດຊະນີ​ຄວາມ​ສາມາດ​ແກ່ງ​ແຍ້​ງ ຂັ້ນ​ແຂວງ (PCI) 2015. ນີ້​ແມ່ນ​ປີ​ທີ 3 ຢ່າງ​ລຽນຕິດ ທີ່​ນະຄອນ ດ່າ​ນັ້ງນຳ​ໜ້າ​ຕາຕະລາງ​ຈັດ​ອັນ​ດັບ ດ້ວຍ​ຄະ​ແນນ 68,34. ຖັດຈາກ ດ່າ​ນັ້ງ​ແມ່ນ​ແຂວງ ດົ່ງ​ທາ​ບ, ກວາງ​ນິງ. ນະຄອນ ​ໂຮ່ຈີ​ມິນ​ຖືກ​ຈັດ​ອັນ​ດັບ 6, ນະຄອນຫຼວງ ຮ່າ​ໂນ້ຍຢືນ​ອັນ​ດັບ 24, ສ່ວນ ດັກ​ນົງ​ຖືກ​ຈັດ​ອັນ​ດັບ 63. ກ່າວ​ຄວາມ​​ເຫັນ​ທີ່​ພິທີ​ປະກາດ, ທ່ານ ຫວູຕ໋ຽນ​ໂລກ, ປະທານ​ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ຢືນຢັນ​ວ່າ:

        “ນັບ​ແຕ່​ປີ 2014, PCI ຖືກ​ນຳ​ເຂົ້າ​ມະຕິ​ຂອງ​ລັດຖະບານ ​ແລະ ກາຍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ບັງຄັບ​ ສຳລັບ​ບັນດາ​ທ້ອງ​ຖີ່​ນ, ​​ແລະ​ອີງ​ໃສ່​ຕາຕະລາງ​ຈັດ​ອັນ​ດັບ PCI ຂອງ​ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ​ເພື່ອປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ​ທ້ອງ​ຖີ່​ນ. “

        ບົດ​ລາຍ​ງານຕີ​ລາຄາວ່າ ຄວາມ​ສາມາດ​ແກ່ງ​ແຍ້​ງຂັ້ນ​ແຂວງຊີ້​ແຈ້ງ ວ່າ, ​ເບິ່ງ​ລວມ​ແລ້ວ, ຄຸນ​ນະພາ​ບການ​ບໍລິຫານ​ເສດຖະກິດ​ຂອງ​ບັນດາ​ແຂວງ, ນະຄອນ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງດີກ​ວ່າ. ອັດຕາ​ສ່ວນ​ວິ​ສາ​ຫະກິດ​ເອກະ​ຊົນ​ສືບ​ຕໍ່ເພີ່ມ​ເງິນ​ລົງທຶນ 10,9%. ຂະໜາດ​ທຶນ​ສະ​​ເລ່ຍຂອງ​ວິ​ສາ​ຫະກິດ​ເພີ່ມ​ຂຶ້ນ​ສູງ, ຄິດ​ສະ​ເລ່ຍ​ແມ່ນ 16,5 ຕື້​ດົ່ງ.

 

ຂ່າວ/ບົດ​ອື່ນ