ຕັດສິນໃຈຍູ້ແຮງການຮ່ວມມື ຄູ່ຮ່ວມມືຮອບດ້ານ ທີ່ມີລັກສະນະຍຸດທະສາດ ຫວຽດນາມ - ອາກຊັງຕິນ

(VOVWORLD) -ນັບແຕ່ເມື່ອສ້າງຕັ້ງການພົວພັນການທູດຢ່າງເປັນທາງການມາຮອດປັດຈຸບັນ, ຫວຽດນາມ ແລະ ອາກຊັງຕິນ ໄດ້ເຫັນປະຈັກຕາ ບັນດາບາດກ້າວແຫ່ງການພັດທະນາອັນຕັ້ງໜ້າທີ່ສຸດ...
ຕັດສິນໃຈຍູ້ແຮງການຮ່ວມມື ຄູ່ຮ່ວມມືຮອບດ້ານ ທີ່ມີລັກສະນະຍຸດທະສາດ ຫວຽດນາມ - ອາກຊັງຕິນ - ảnh 1ທ່ານ ດັ້ງຊວນຢຸງ ພົບປະກັບບັນດາອົງການ ອາກຊັງຕິນ, ເພື່ອນມິດປະເທດປະຈໍາຖິ່ນ (ພາບ: Hoai Nam/ TTXVN)

ວັນທີ 25 ຕຸລາ, ແມ່ນຄົບຮອບ 45 ປີ ແຫ່ງວັນສ້າງຕັ້ງການພົວພັນການທູດ ລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ (25 ຕຸລາ 1973 – 25 ຕຸລາ 2018). ເມື່ອຕີລາຄາກ່ຽວກັບການພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ອາກຊັງຕິນ ດັ້ງຊວນຢຸງ ຢັ້ງຢືນວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນການທູດຢ່າງເປັນທາງການມາຮອດປັດຈຸບັນ, ຫວຽດນາມ ແລະ ອາກຊັງຕິນ ໄດ້ເຫັນປະຈັກຕາ ບັນດາບາດກ້າວແຫ່ງການພັດທະນາອັນຕັ້ງໜ້າທີ່ສຸດ ໃນການພົວພັນສອງຝ່າຍບົນພື້ນຖານຄວາມຄ້າຍຄືກັນ ທາງດ້ານປະຫວັດສາດ, ຄວາມເຄົາລົບ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄືບັນດາຜົນປະໂຫຍດລວມ.

ໜຶ່ງໃນບັນດາຈຸດພົ້ນເດັ່ນນັ້ນແມ່ນ ການຮ່ວມມື ທາງດ້ານເສດຖະກິດ, ປັດຈຸບັນ, ອາກຊັງຕິນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາລາຕິນ. ກົງກັນຂ້າມ, ຫວຽດນາມ ກໍ່ເປັນຕະຫຼາດສຳຄັນອັນດັບ 2 ຂອງອາກຊັງຕິນ ຢູ່ທະວີບ ອາຊີ ແລະ ເປັນອັນດັບທີ 4 ໃນບັນດາຕະຫຼາດສົ່ງອອກທົ່ວໂລກ ຂອງ ອາກຊັງຕິນ.

ເມື່ອພິນິດໄສກ່ຽວກັບແງ່ຫວັງ ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ອາກຊັງຕິນ ໃນໄລຍະຈະມາເຖິງແມ່ນ “ສົດໃສທີ່ສຸດ”, ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ຖືວ່າ ດ້ວຍຈຸດສຸມແມ່ນຊຸກຍູ້ການພົວພັນ ເສດຖະກິດ - ການຄ້າ ພັດທະນາໃຫ້ເໜາະສົມກັບການພົວພັນການເມືອງທີ່ດີງາມ, ຮັບໃຊ້ໃຫ້ແກ່ກິກຈະການພັດທະນາຢູ່ແຕ່ລະປະເທດເປັນຢ່າງດີ, ສອງປະເທດຄວນຕັ້ງໜ້າເປີດກ້ວາງການຮ່ວມມື ໄປສູ່ຂົງເຂດອື່ນ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ຄື ການລົງທຶນ, ພະລັງງານ, ກະສິກຳ, ໂທລະຄົມມະນາຄົມ, ການສຶກສາ ແລະ ການທ່ອງທ່ຽວ…

ເພື່ອເຮັດໄດ້ສິ່ງເຫຼົ່ານີ້, ກ່ອນອື່ນໝົດ, ສອງປະເທດຄວນສືບຕໍ່ສ້າງຂອບນິຕິກຳ ຂອງການພົວພັນຄູ່ຮ່ວມມືຮອບດ້ານໃຫ້ສົມບູນແບບຜ່ານບັນດາການເຈລະຈາ ແລະ ກ້າວໄປເຖິງການລົງນາມໃນສັນຍາ, ບົດບັນທຶກຊ່ວຍຈຳບາງສະບັບ ເພື່ອສ້າງຄວາມສະດວກໃຫ້ແກ່ການພົວພັນພັດທະນາກວ່າອີກ, ພິເສດແມ່ນໃນບັນດາຂົງເຂດທີ່ເປັນທ່າແຮງຂອງສອງຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ