ຕວກກີ ຢັ້ງຢືນ ລັດເຊຍ ເຫັນດີເປັນເອກະພາບຕໍ່ກຳນົດເວລາໃຫ້ຂໍ້ລິເລີ່ມທັນຍາຫານທະເລດຳ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຮູ້ວ່າ: ໄດ້ແລກປ່ຽນກັບການນຳ ລັດເຊຍ
ຕວກກີ ຢັ້ງຢືນ ລັດເຊຍ ເຫັນດີເປັນເອກະພາບຕໍ່ກຳນົດເວລາໃຫ້ຂໍ້ລິເລີ່ມທັນຍາຫານທະເລດຳ - ảnh 1ກຳປັ່ນຂົນສົ່ງທັນຍະຫານຢູ່ຊ່ອງທະເລ Bosphorus, ປະເທດ ຕວກກີ
(ພາບ: AFP/TTXVN)

ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຖະແຫຼງວ່າຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາໃຫ້ຂໍ້ລິເລີ່ມທັນຍາຫານທະເລດຳ, ໃນສະພາບການທີ່ຂໍ້ຕົກລົງນີ້ຈະໝົດຜົນສັກສິດນັບແຕ່ອາທິດໜ້າ.

          ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຮູ້ວ່າ: ໄດ້ແລກປ່ຽນກັບການນຳ ລັດເຊຍ ກ່ຽວກັບຂໍ້ຕົກລົງສຳຄັນທີ່ອະນຸຍາດສົ່ງອອກທັນຍາຫານຂອງ ຢູແກຼນ ເພື່ອແນໃສ່ຫລຸດຜ່ອນວິກິດການດ້ານສະບຽງອາຫານທົ່ວໂລກ, ທ່ານໄດ້ເນັ້ນໜັກວ່າ ຕວກກີ ພວມກະກຽມເພື່ອຂ່ຳນັບຮັບຕ້ອນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໃນເດືອນໜ້າ ແລະ ສອງຝ່າຍຈະເຫັນດີເປັນເອກະພາບກ່ຽວກັບການເປີດກ້ວາງແລວສົ່ງອອກທັນຍາຫານຢູ່ທະເລດຳ.

        ແລະກໍ່ໃນວັນດຽວກັນ,  ທ່ານ Dmitry Peskov, ໂຄສົກວັງ Kremlin ໄດ້ຊີ້ແຈ້ງວ່າ ມົດສະກູ ຈະເພີ່ມເຕີມບັນດາການກະທຳຕໍ່ໄປຂອງຕົນກ່ອນທີ່ ຂໍ້ລິເລີ່ມທັນຍາຫານທະເລດຳ ໝົດຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ