ຕວກກີ ແລະ ລັດເຊຍ ຈະເຊີນ ອາເມລິກາ ເຂົ້າຮ່ວມການເຈລະຈາສັນຕິພາບ ຊີຣີ

ຕວກກີ ແລະ ລັດເຊຍ ຈະເຊີນ ອາເມລິກາ ເຂົ້າຮ່ວມການເຈລະຈາສັນຕິພາບ ຊີຣີ - ảnh 1
ທ່ານ Mevlut Cavusoglu ລັດຖະມົນຕີ​ການ​ຕ່າງປະ​ເທດ ຕວກກີ
(ພາບ Reuters)

(vovworld) – ​ ວັນ​ທີ 14/01 ທ່ານ Mevlut Cavusoglu ລັດຖະມົນຕີ​ການ​ຕ່າງປະ​ເທດ ຕວກກີ ຢືນຢັນ​ວ່າ: ປະ​ເທດ​ນີ້  ​ແລະ ລັດ​ເຊຍ ​ໄດ້​ຕົກລົງ​ເຊີນ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ​ສະພາບ​ການ ຊີຣີ ​ເຊິ່ງຄາດ​ຄະ​ເນ​ວ່າ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ເດືອນ​ນີ້​ຢູ່​ນະຄອນຫລວງ Astana ຂອງປະ​ເທດ ກາ​ຊັກ​ສະຖານ. ນອກຈາກ​ເລື່ອງ​ປະກາດ​ກ່ຽວ​ກັບຂໍ້​ຕົກລົງ​ເຊີນ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ ຊີຣີ, ​ແລ້ວ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຕວກກີ ກໍ່​ຫວນ​ຄືນ​ວ່າ Ankara ຍັງ​ຄົງ​ສືບ​ຕໍ່​ຄັດຄ້ານ​ເລື່ອງ ບັນດາກຸ່ມ​ກະບົດຫົວໜ່ວຍ​ປົກ​ປ້ອງ​ປະຊາຊົນ​ຊາວ Kurd (YPG) ຂອງ ຊີຣີ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ດັ່ງກ່າວ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ