ຕວກກີພົບປະກັບວົງການເຈົ້າໜ້າທີ່ການທະຫານລັດເຊຍເພື່ອອະທິບາຍກ່ຽວກັບການຍິງເຮືອບິນSu-24ຕົກ

ຕວກກີພົບປະກັບວົງການເຈົ້າໜ້າທີ່ການທະຫານລັດເຊຍເພື່ອອະທິບາຍກ່ຽວກັບການຍິງເຮືອບິນSu-24ຕົກ - ảnh 1
ເຮືອ​ບິນ Su-24 ຕົກ
(ພາບ: Getty)


(vovworld) -​ ​ວັນ​ທີ 25/11, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຕວກ​ກີ​ໃຫ້​ຮູ້​ວ່າ, ໄດ້​ເຊື້ອ​ເຊີນ​ທ່​​ີປຶກ​ສາ​ປ້ອງ​ກັນ​ປະ​ເທດ​ລັ​ດ​ເຊຍ ມາ​ສຳ​ນັກ​ງານ​ຂອງ​ປະ​ເທດນີ້ ເພື່ອ​ອະ​ທິ​ບາຍ​ກ່ຽວ​ກັບ​ເລື່ອງ Ankara ຍິງ​ເຮືອ​ບິນ Su-24 ຂອງ​ລັດ​ເຊຍ ຕົກຢູ່​ເຂດ​ຊາຍ​ແດນ​ຊີ​ຣີ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ຝ່າຍ​ກອງ​ທັບ​ຕວກ​ກີ ໃຫ້​ຮູ້​ວ່າ, ໄດ້​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊອກ​ຫາ ແລະ ກູ້ຊ່ວຍນັກ​ບິນ​ລັດ​ເຊຍ 2 ຄົນ​ທີ່​ຂັບ​ເຮືອ​ບິນ Su – 24, ພາຍ​ຫຼັງ​ນັກ​ບິນ​ 2 ຄົນ​ນີ້​ໂດດຈາກ​ເຮືອ​ບິນ.

      ແລະ​ກໍ​ໃນ​ວັນ​ທ​ີ 25/11, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ລັດ​ເຊຍ Sergei Lavrov ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ຕວກ​ກີ Mevlut Cavusoglu ໄດ​້​ມີ​ການ​ໂ​ອ້​ລົມ​ທາງ​ໂທ​ລະ​ສັບ ​ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍ​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ດັ່ງ​ກ່າວ. ສຳ​ນັກ​ຂ່າວ​ສານລັດ​ເຊຍ TASS ໄດ້​ຄັດ​ຄຳ​ເວົ້າ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໃຫ້​ຮູ້​ວ່າ, ທ່ານລັດ​ຖະ​ມົນ​ຕີ​ Sergei Lavrov ສະ​ແ​ດງ​ຄວາມ​ໂກດ​ເຄື້ອງ​ຕໍ່​ເຫດ​ການ​ດັ່ງ​ກ່າວ, ຖື​ວ່ານັ້ນ​ແມ່ນ “ການ​ກະ​ທຳ​ປໍ​ລະ​ປັກ, ມີຈຸດ​ປະ​ສົງ”, ພ້ອ​ມ​ທັງ​ກ່າວ​ເຕື​່ອນ​ວ່າ ການ​ກະ​ທຳ​ນີ້​ຈະ​ກໍ​​ຜົນ​ສະ​ທ້ອນບໍ່​ດີ​ເຖິງ​ການ​ພ​ົນ​ພັວ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ Sergei Lavrov ກໍ​ເນັ້ນ​ໜັກ​ວ່າ, ເລື່ອງ ພວກກໍ່​ການ​ຮ້າຍ​ນຳ​ໃຊ້​ເຂດ​ດິນ​ແດນ​ຂອງ​ຕວກ​​ກີິ ເພື່ອ ກະ​ກຽມ​ການ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢູ່​ຊີ​ຣີ.

ຂ່າວ/ບົດ​ອື່ນ