ຕວຽນກວາງ-ນະຄອນຫລວງເຂດປົດປ່ອຍໃນການປະຕິວັດເດືອນສິງຫາ


ຕວຽນກວາງ-ນະຄອນຫລວງເຂດປົດປ່ອຍໃນການປະຕິວັດເດືອນສິງຫາ - ảnh 1
ເຕີນ​ຈ່າວ ແຂວງ ຕວຽນ​ກວາງ
ພາບ:vanhoa.vn
(vovworld)- ​ ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ວາ​ລະ​ສານ​ກົ້ງ​ສານ(ກອມ​ມູ​ນິດ) ແລະ ຄະ​ນະ​ພັກ​ແຂວງ ຕວຽນ​ກວາງ​ສົມ​ທົບ​ກັນ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/8 ຢູ່ ຮ່າ​ໂນ້ຍ. ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ສຸມ​ໃສ່​ຊີ້​ແຈ້ງ​ຄວາມ​ໝາຍ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ໃນ​ວິ​ວັດ​ການ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ແລະ ຖື​ວ່າ: ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ແມ່ນ​ການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ, ແມ່ນ​ສັນ​ຍາ​ລັກ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຂອງ​ນ້ຳ​ໃຈ, ເຈດ​ຈຳ​ນົງ, ຄຸນ​ນະ​ທາດ ແລະ ພ​ູ​ມ​ປັນ​ຍາ​ຫວຽດ​ນາມ. ບັນ​ດາ​ຜູ​້​ແທນ​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຢືນ​ຢັນ ບົດ​ບາດ​ທີ່​ຕັ້ງ​ຂອງ​ນະ​ຄອ​ນ​ຫລວງ​ເຂດ​ປົດ​ປ່ອຍ​ຕວຽນ​ກວາງ​ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ສຳ​ລັບ​ປະ​ຫວັດ​ສາດ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ພົນ​ຈັດ​ຕະ​ວາ, ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫວູກວາງ​ດ໋າວ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ການ​ທະ​ຫານ​ຫວຽດ​ນາມ ຖື​ວ່າ:   “ປະ​ຫວັດ​ສາດ​ນັບ​ມື້​ນັບ​ໃຫ້​ເຫັນ​ຄວາມ​ສະ​ຫລາດ​ສ່ອງ​ໃສ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຂອງ​ຄະ​ນະ​ປະ​ຈຳ​ສູນ​ກາງ​ພັກ ເມື່ອ​ຕົກ​ລົງ​ເລືອກ​ເຟັ້ນ ເຂດ​ເຕີນ​ຈ່າວ ເປັນ​ຈຸດ​ເລີ່ມ​ຕົ້ນ, ການ​ລຸກ​ຮື້​ຂຶ້ນ​ໃນ​ທົ່ວ​ປະ​ເທດ ແລະ ຢູ່​ທີ່ນີ້ ໄດ້​ປະ​ກາດ​ໃຊ້​ການ​ລຸກ​ຮຶ້​ຂຶ້​ນ​ໃນ​ທົ່ວ​ປະ​ເທດ, ຄຳ​ສັ່ງ​ເລກ 1.”
ຂ່າວ/ບົດ​ອື່ນ