ຕວຽນກວາງສືບຕໍ່ເສີມຂະຫຍາຍແລະຂຸດຄົ້ນທ່າແຮງເພື່ອບືນຕົວຂຶ້ນ

ຕວຽນກວາງສືບຕໍ່ເສີມຂະຫຍາຍແລະຂຸດຄົ້ນທ່າແຮງເພື່ອບືນຕົວຂຶ້ນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເຮັດ​ວຽກ​ກັບ
ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​​ແຂວງ​ຕວຽນ​ກວາງ
(ພາບ: QDND)

(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນສະຖາປະນາ​ປະ​ເທດ​​ທີ 2/9; ກໍ່​ຄື 45 ປີ ​ແຫ່ງ​ວັນ​ປະຕິບັດ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈີ​ມິນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ​ຕວຽນ​ກວາງ. ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກກັບ​ບັນດາ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ​ໃນ​ຕອນ​ບ່າຍ​ວັນ​ທີ 28/8. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ຕວຽນ​ກວາງ​ ຄວນ​ປະຕິບັດ​ສອງ​ໜ້າ​ທີ່​ພ້ອມ​ກັນ, ນັ້ນ​ແມ່ນ​ຊີ້​ນຳ​ຢ່າງ​ເດັດ​ດຽວ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ແຂວງ​ໄດ້​ວາງ​ອອກ​ໃຫ້​ດີ​ທີ່​ສຸດ; ສຸມ​ໃສ່​ບັນດາ​ວຽກ​ງານ​ຫຍຸ້ງຍາກ, ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ. ພ້ອມ​ທັງ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ແຂວງ​ຄັ້ງ​ທີ 16 ​ໃຫ້​ສຳ​ເລັດ​ຜົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

        “ຕວຽນ​ກວາງຍັງ​ຕ້ອງ​ສຸມ​ໃສ່​ພັດທະນາ​ກະ​ສີ​ກຳ, ການ​ປ່າ​ໄມ້ ດ້ວຍ​ລະດັບ​ສູງ, ຄຸນ​ນະພາ​ບສູງ, ​ແນວ​ພັນ​ໃໝ່, ນຳ​ວິທະຍາສາດ​ເຕັກນິກ, ​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ການ​ຜະລິດ, ຕິດ​ພັນ​ກັບ​ການ​ຜະລິດ​ປຸງ​ແຕ່ງ, ຈຳໜ່າຍ​ຜະລິດ​ຕະພັນ. ຕວຽນ​ກວາງ​ ມີ​ທີ່​ດິນ​ທີ່​ດີ, ມີ​ທ່າ​ແຮງ​ທາງ​ດ້ານ​ການ​ປ່າ​ໄມ້. ດັ່ງ​ນັ້ນ​ຕ້ອງ​ປ່ຽນ​ໃໝ່​ໂຄງ​ປະກອບ, ກົນ​ໄກ​ເພື່ອ​ຄຸ້ມ​ຄອງ, ຂຸດ​ຄົ້ນ​ທ່າ​ແຮງ​ນີ້​ໃນລະດັບ​ສູງ​ສຸດ“

ຂ່າວ/ບົດ​ອື່ນ