ຕະຫຼາດການເງິນຂອງ ຫວຽດນາມ ຍັງມີຫຼາຍຄວາມສາມາດບົ່ມຊ້ອນ ແລະ ມີກຳລັງດຶງດູດ

(VOVWORLD) - ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ກຽມພ້ອມເພື່ອພ້ອມກັບ ອາເມລິກາ ພັດທະນາການພົວພັນທີ່ເລິກເຊິ່ງ, ກ້ວາງຂວາງ, ມີສະຖຽນລະພາບ ແລະ ແທດຈິງ
ຕະຫຼາດການເງິນຂອງ ຫວຽດນາມ ຍັງມີຫຼາຍຄວາມສາມາດບົ່ມຊ້ອນ ແລະ ມີກຳລັງດຶງດູດ - ảnh 1ທ່ານນາງ Caroline D. Pham ແລະ ທ່ານນາງ ເລທິທູຮັ່ງ
(ພາບ:ກະຊວງການຕ່າງປະເທດ)

ວັນທີ 13 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໄດ້ຕ້ອນຮັບທ່ານນາງ Caroline D. Pham, ກຳມະການຄະນະກຳມະການພົວພັນແລກປ່ຽນສິນຄ້າອະນາຄົດ ອາເມລິກາ (CFTC), ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ: ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ກຽມພ້ອມເພື່ອພ້ອມກັບ ອາເມລິກາ ພັດທະນາການພົວພັນທີ່ເລິກເຊິ່ງ, ກ້ວາງຂວາງ, ມີສະຖຽນລະພາບ ແລະ ແທດຈິງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການໂອ້ລົມສົນທະນາ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີຜົນປະໂຫຍດລວມ, ຄື: ພື້ນຖານໂຄງລ່າງ ແລະ ການບໍລິການການເງິນ, ພິເສດແມ່ນການເງິນເຕັກນິກດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແບ່ງປັນບົດຮຽນໃນການຄຸ້ມຄອງ, ກູ້ຢຶມ ແລະ ຊ່ວຍເຫຼືອ, ພາສີອາກອນ, ການພັດທະນາຕະຫຼາດທຶນຮອນ ແລະ ຕະຫຼາດຫຼັກຊັບ.

        ສ່ວນທ່ານນາງກຳມະການຄະນະກຳມະການພົວພັນແລກປ່ຽນສິນຄ້າອະນາຄົດ ອາເມລິກາ Caroline D. Pham ໃຫ້ຮູ້ວ່າ: ນັບມື້ນັບມີຫຼາຍວິສາຫະກິດຂອງ ອາເມລິກາ, ພິເສດໃນຂົງເຂດການເງິນ ໃຫ້ຄວາມສົນໃຈເຖິງ ຫວຽດນາມ; ຢັ້ງຢືນວ່າ ຕະຫຼາດການເງິນ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນ ແລະ ມີກຳລັງດຶງດູດຢ່າງແຮງ. ໃນການໄລຍະຈະມາເຖິງ CFTC ຈະຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ແບ່ງປັນບົດຮຽນ ໃນການສ້າງກອບນະໂຍບາຍ, ການຄຸ້ມຄອງຄວາມສ່ຽງ ແລະ ຕິດຕາມຕະຫຼາດການເງິນພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ