ຕະຫຼາ​ດດອກ​ໄມ້ ບຸ​ນ​ເຕັດ ຮ່າງ​ເລືອກ: ຈຸດ​ຄວາມ​ງາມ​ຂອງ​ຕະຫຼາດດອກ​ໄມ້​ຍາມ​ທ້າຍ​ປີ ຢູ່ ຮ່າ​ໂນ້ຍ

(VOVWORLD) - ຕະຫຼາດດອກໄມ້ ຮ່າງເລືອກສຳລັບຊາວຮ່າໂນ້ຍ ພິເສດແມ່ນຊາວຖະໜົນເກົ່າ ຕະຫຼາດດອກໄມ້ ຮ່າງເລືອກ ແມ່ນຈຸດນັດພົບ ດ້ານວັດທະນະທຳ, ບ່ອນເກັບຮັກສາລົດຊາດຂອງບຸນເຕັດໃນເມືອກ່ອນ.
ຕະຫຼາ​ດດອກ​ໄມ້ ບຸ​ນ​ເຕັດ ຮ່າງ​ເລືອກ: ຈຸດ​ຄວາມ​ງາມ​ຂອງ​ຕະຫຼາດດອກ​ໄມ້​ຍາມ​ທ້າຍ​ປີ ຢູ່ ຮ່າ​ໂນ້ຍ - ảnh 1ຕະຫຼາດດອກໄມ້ ບຸນເຕັດ ຮ່າງເລືອກ (ພາບ: VOV) 

ຊຸມວັນນີ້, ຕະຫຼາດດອກໄມ້ ຮ່າງເລືອກ (ຮ່ວານກຽມ, ຮ່າໂນ້ຍ) - ຕະຫຼາດດອກໄມ້ທີ່ເປັນມູນເຊື້ອຂອງຊາວຮ່າໂນ້ຍ ໄດ້ຈັດຂຶ້ນຢູ່ກາງຖະໜົນເກົ່າ. ປະຊາຊົນຢູ່ທຸກສະຖານທີ່ປູກດອກໄມ້ ໄດ້ນຳດອກຄາຍ, ຕົ້ນໝາກແປ້ມ ແລະ ດອກໄມ້ບຸນເຕັດຊະນິດຕ່າງ ມາຂາຍ ເຊິ່ງໄດ້ສ້າງບັນຍາກາດທີ່ຟົດຟື້ນມວນຊື່ນ. ຕະຫຼາດໄດ້ຈັດຂຶ້ນ ຄັ້ງດຽວໃນປີ ຍາມບຸນເຕັດ, ເລີ່ມແຕ່ວັນທີ 15 ຫາ 30 ເດືອນຈຽງໄລ່ຕາມຈັນທະປະຕິທິນ ອັນໄດ້ສ້າງຄວາມງາມທີ່ເປັນເອກະລັກສະເພາະຂອງຊາວຮ່າໂນ້ຍ.      ແມ່ເຖົ້າ ໂດຍທິຮົ່ງ, ອາຍຸກ່ວາ 80 ປີ ຢູ່ຖະໜົນຮ່ວາງດ້າວຖຸຍ ແບ່ງປັນວ່າ:

ແຕ່ລະມື້, ຂ້າພະເຈົ້າມາຕະຫຼາດດອກໄມ້ເພື່ອຮັບຊົມດອກໄມ້ ແລະ ໄປຫຼິ້ນລະດູບານໃໝ່, ບາງຄັ້ງເຫັນໂຖໝາກແປ້ມ ເຫັນວ່າຖືກໃຈ ແລະ ລາຄາດີກໍ່ຊື້. ມື້ນີ້ຂ້າພະເຈົ້າກໍ່ໄປທ່ຽວຕະຫຼາດ ແລະ ເຫັນມີງ່າດອກຄາຍງາມ ກໍ່ຊື້ເພື່ອມາວ່າງຢູ່ຮ້ານບູຊາ. ໄປຕະຫຼາດຄືຈັງຊີ້ຮູ້ສຶກສະບາຍຫຼາຍ.

ຕະຫຼາດດອກໄມ້ ຮ່າງເລືອກໃນປັດຈຸບັນ ມີການປ່ຽນແປງຫຼາຍຢ່າງເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ສຳລັບຊາວຮ່າໂນ້ຍ ພິເສດແມ່ນຊາວຖະໜົນເກົ່າ ສະຖານທີ່ແຫ່ງນີ້ຍັງແມ່ນຈຸດນັດພົບ ດ້ານວັດທະນະທຳ, ບ່ອນເກັບຮັກສາລົດຊາດຂອງບຸນເຕັດໃນເມືອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ