ຕາ​ລີ​ບານ​ ປຶກ​ສາ​ຫາ​ລື​ອະ​ນາ​ຄົດ​ຂອງປະ​ເທດ​ຊາດ ກັບ​ກຳ​ລັງ​ຄວາມ​ໝັ້ນ​ຄົງ, ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ

(VOVWORLD) -ໃນຖະແຫຼງການສະບັບອອກໃນວັນດຽວກັນ, ກົງກັບວັນສະເຫຼີມສະຫຼອງ ອາບການິດສະຖານ ຍາດໄດ້ເອກະລາດ ຈາກ ອັງກິດ (ຄືວັນທີ 19 ສິງຫາ 1919) ຕາລີບານ ໄດ້ຮຽກຮ້ອງໃຫ້ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ປະຊາຊົນ ອາບການິດສະຖານ ຈົ່ງສາມັກຄີກັນ, ເກ້ຍກ່ອມ ປະຊາຊົນພະຍາຍາມບໍ່ເດີນທາງອອກຈາກປະເທດນີ້.
ຕາ​ລີ​ບານ​ ປຶກ​ສາ​ຫາ​ລື​ອະ​ນາ​ຄົດ​ຂອງປະ​ເທດ​ຊາດ ກັບ​ກຳ​ລັງ​ຄວາມ​ໝັ້ນ​ຄົງ, ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ - ảnh 1ທ່ານ Waheedullah Hashimi ສະມາຊິກຂັ້ນສູງຄົນໜຶ່ງ ຂອງ ຕາລີບານ ພວມຕອບສຳພາດຕໍ່ນັກຂ່າວ (ພາບ: : REUTERS/TTXVN)

ວັນທີ 19 ສິງຫາ, ເຈົ້າໜ້າທີ່ ຕາລີບານ ທ່ານໜຶ່ງໃຫ້ຮູ້ວ່າ ບັນດາການນຳຂອງກຳລັງນີ້ ໄດ້ເລີ່ມປຶກສາຫາລືກັບບັນດາສະມາຊິກ ຂອງກຳລັງປ້ອງກັນຄວາມໝັ້ນຄົງ ອາບການິດສະຖານ ກ່ຽວກັບອະນາຄົດ ຂອງປະເທດ. ເຈົ້າໜ້າທີ່ທ່ານດັ່ງກ່າວ ໄດ້ໃຫ້ຮູ້ວ່າ ບັນດາຜູ້ບັນຊາ ແລະ ສະມາຊິກຂັ້ນສູງຂອງ ຕາລີບານ ກໍ່ເລີ່ມສະຖິຕິອາວຸດ ແລະ ອຸປະກອນທັງໝົດ ເຊິ່ງ ອາເມລິກາ ແລະ ບັນດາກຳລັງຂຶ້ນກັບອົງການສົນທິສັນຍາ ອາກລັງຕິກເໜືອ (NATO) ປະໄວ້. ເຈົ້າໜ້າທີ່ດັ່ງກ່າວກໍ່ຊີ້ແຈ້ງວ່າ ບໍ່ສາມາດຖິ້ມໂທດໃຫ້ ຕາລີບານ ວ່າແມ່ນໄດ້ກໍ່ສະພາບການວຸ້ນວາຍ ແລະ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບໃນຊຸມວັນມໍ່ໆມານີ້ ຢູ່ສະໜາມບິນສາກົນ ທີ່ນະຄອນຫຼວງ Kabul ໄດ້, ໃນເວລາທີ່ມີຫຼາຍຄົນພວມຟ້າວຝັ່ງເດີນທາງອອກຈາກປະເທດນີ້ ພາຍຫຼັງກຳລັງນີ້ຍາດໄດ້ສິດຄວບຄຸມປະເທດ.

ໃນຖະແຫຼງການສະບັບອອກໃນວັນດຽວກັນ, ກົງກັບວັນສະເຫຼີມສະຫຼອງ ອາບການິດສະຖານ ຍາດໄດ້ເອກະລາດ ຈາກ ອັງກິດ (ຄືວັນທີ 19 ສິງຫາ 1919) ຕາລີບານ ໄດ້ຮຽກຮ້ອງໃຫ້ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ປະຊາຊົນ ອາບການິດສະຖານ ຈົ່ງສາມັກຄີກັນ, ເກ້ຍກ່ອມ ປະຊາຊົນພະຍາຍາມບໍ່ເດີນທາງອອກຈາກປະເທດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ