ຕາແສງເກາະສຸດທ້າຍຈະມີໄຟຟ້າກ່ອນວັນທີ 02/09

ຕາແສງເກາະສຸດທ້າຍຈະມີໄຟຟ້າກ່ອນວັນທີ 02/09 - ảnh 1
(ພາບປະກອບ)

​(vovworld) – ຕາ​ແສງ​​ເກາະ​ສຸດ​ທ້າຍ​ຂອງກວາງ​ນິງ ຈະ​​​ໄດ້ເຊື່ອມ​ຕໍ່​ເຂົ້າຕາ​ໜ່າງ​ໄຟຟ້າກ່ອນ​ວັນ​ທີ 02/09. ນີ​້ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ວັນ​ດອກ, ​ເລຂາ​ຄະນະ​ພັກ​​ແຂວງ​ກວາງ​ນິງ ​ໃນ​ການ​​ໄປ​ປະຕິບັດ​ງານ​ສຳ​ຫຼວດ​ສະພາບ​ຕົວ​ຈິງ​ຢູ່​ຕາ​ແສງ​ເກາະ ກ໋າຍຈຽນ, ​ເມືອງ ​ຫາຍຮ່າ. ສະ​ນັ້ນ, ພາຍຫຼັງທີ່ 5 ຕາ​ແສງ​ເກາະ​, ເມືອງ ​ເວີນ​ດົ່ນ ​ແມ່ນ: ມິ​ງ​ເຈົາ, ກວານ​ລ້ານ, ທັ໋ງ​ເລີ້​ຍ, ງອກ​ວື່​ງ, ບານ​ແຊນ ​ໄດ້​ເຊື່ອມ​ຕໍ່​ເຂົ້າ​ຕາໜ່າງ​ໄຟຟ້າ​​​ແຫ່ງ​ຊາດແຕ່​ຕົ້ນ​ປີ 2015, ​ແຂວງ​ກວາງ​ນິງ ຕັດສິນ​ໃຈ​ນຳ​ຕາໜ່າງໄຟຟ້າ​ແຫ່ງ​ຊາດ ​​ເຂົ້າ​ຕາ​ແສງ​ເກາະ​ແຫ່ງ​ສຸດ​ທ້າ​ຍ ກ໋າຍຈຽນ, ຢູ່​ເມືອງ ​ຫາຍຮ່າ ກ່ອນ​ວັນ​ທີ 02/09.

        ຕາ​ແສງ​ເກາະ​ກ໋າຍຈຽນ ຂຶ້ນ​ກັບ​ເມືອງ ຫາຍ​ຮ່າ, ​ແຂວງ​ກວາງ​ນິງ, ຫ່າງ​ຈາກ​ໃຈກາງ​ເມືອງ 15 ກ.ມ. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ ກ໋າຍຈຽນ ​​​ແມ່ນ​ຕາ​ແສງເກາະ​ສຸດ​ທ້າ​ຍຂອງ​ແຂວງ​ກວາງ​ນິງ ຍັງ​ນຳ​ໃຊ້​ໄຟຟ້າ diezen, ​​ແຕ່​ລະ​ມື້​ແມ່ນ 5 ຊົ່ວ​​ໂມງ/​ຄືນ. ນີ້​ກໍ່​ແມ່ນ​ຕາ​ແສງ​ເກາະ​ ມີ​ຄວາມ​ສາມາດ​ບົ່ມຊ້ອນ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ​ທະ​ເລ​ເກາະ.

ຂ່າວ/ບົດ​ອື່ນ